ພາບປະກອບ:vneconomic.vn
|
(vovworld)- ຕອນເຊົ້າວັນທີ 29/5, ຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ ສາຂານະຄອນໂຮ່ຈິມີນໄດ້ສົມທົບກັບຄະນະຜູ້ຕາງຫນ້າສະຫະພາບເອີລົບ( ອີຢູ) ປະຈຳຫວຽດນາມ ໄດ້ຈັດຕັ້ງເວທີປາໄສວິສາຫະກິດ ຫວຽດນາມ - ອີຢູ 2013. ນະທີ່ນີ້ ບັນດາອົງການກ່ຽວຂ້ອງ, ສະຫະສະມາຄົມໄດ້ແນະນຳສະພາບການສັງລວມກ່ຽວກັບເສດຖະກິດຂອງຫວຽດນາມ ແລະ ອີຢູ, ສະເຫນີບັນຫາຕ່າງໆເພື່ອຍົກການພົວພັນດ້ານການຄ້າ ການລົງທຶນສອງຝ່າຍຂຶ້ນສູ່ລະດັບສູງໃຫມ່ ຜ່ານນັ້ນສ້າງກາລະໂອກາດ ແລະ ກອບກົດໝາຍໃຫ້ແກ່ບັນດາວິສາຫະກິດສອງຝ່າຍເພີ່ມທະວີການຮ່ວມມື. ປີ 2012 ອີຢູ ກາຍເປັນຕະຫລາດສົ່ງອອກໃຫຍ່ສຸດ ແລະ ເປັນຄູ່ຮ່ວມມືດ້ານການຄ້າໃຫຍ່ອັນດັບສູງຂອງຫວຽດນາມ ດ້ວຍວົງເງິນຂາອອກຂາເຂົ້າບັນລຸປະມານ 30 ຕື້ USD.