ເສດຖະກິດຂຽວຮັບໃຊ້ການພັດທະນາແບບຍື່ນຍົງ ຢູ່ ຫວຽດນາມ

ວັນ​ທີ 13/12 ຢູ່ ຮ່າ​ໂນ້ຍ, ກະຊວງ​ແຜນການ ​ແລະ ການ​ລົງທຶນ ຫວຽດນາມ ​ໄດ້​ຈັດ​ຕັ້ງ​ເວທີ​ປາ​ໃສ “​ເສດຖະກິດ​ຂຽວ​ໃນ​ສະພາບ​ການ​ພັດທະນາ​ແບບ​ຍື່ນ​ຍົງ ຢູ່ ຫວຽດນາມ“. ​ເຂົ້າ​ຮ່ວມ​ ​ແລະ ກ່າວ​ຄຳ​ເຫັນ​ທີ່ເວທີ​ປາ​​ໄສ, ​ທ່ານ ຫງວຽນ​ທ໋ຽນ​ເຍີນ, ຮອງ​ນາຍົກລັດຖະມົນຕີ ​ໄດ້​ເນ​ັ້ນຫນັກ​ວ່າ: ​ເສດຖະກິດ​ຂຽວ ​ແມ່ນ​ຮູບ​ແບບ​ໃຫມ່, ປະກອບສ່ວນ​ຮັບປະກັນ​ຊີ​ວິດ​ສັງຄົມ ​ແລະ ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ຍົກ​ສູງ​ອັດຕາ​ສ່ວນ​ຜະລິດ​ຄືນ​ໃຫມ່ ​ແລະ ນຳ​ໃຊ້​ພະລັງງານ​ຢ່າງ​ມີ​ປະສິດທິ​ຜົນ. ​ເສດຖະກິດ​ຂຽວ​ແມ່ນ​ຍຸດ​ທະ​ສາດ​ທີ່​ຈຳ​ເປັນ, ສ້າງ​ວຽກ​​ເຮັດ​ງານ​ທຳ, ຮັບປະກັນ​ການ​ເຕີບ​ໂຕ​ເສດຖະກິດ​ແບບ​ຍື່ນ​ຍົງ ​ແລະ ສະກັດ​ກັ້ນ​ມົນ​ລະ​ພິດ​ສິ່ງ​ແວດ​ລ້ອມ, ບັນຫາ​ໂລກ​ຮ້ອນ, ການ​ຊຸດ​ໂຊມ​ສິ່ງ​ແວດລ້ອມ. ສະ​ນັ້ນ ຄວນ​ຄົ້ນ​ຄ້ວາ ສ້າງ​ສະພາບ​ແວດ​ລ້ອມ​ດ້ານ​ກົດໝາຍ, ກົນ​ໄກ, ນະ​ໂຍບາຍ​ສະດວກ ​ເພື່ອ​ໃຫ້​ເສດຖະກິດ​ພັດທະນາ​ຕາມ​ທິດ​ນັບ​ມື້​ນັບ​ຂຽວ​ກວ່າ. ທີ່​ເວທີ​ປາ​​ໄສ, ບັນດາ​ຜູ້​ແທນ​ໄດ້​ຢືນຢັນ​ຄວາມ​ຈຳ​ເປັນ​ຕ້ອງ​ຫັນປ່ຽນ​​ໄປ​ສູ່​ພື້ນຖານ​ເສດຖະກິດ​ຂຽວ​, ​ແນະນຳ​ທັດສະນ ​ແລະ ​ພຶດຕິ​ກຳ​ຕົວ​ຈິງ​ການ​ພັດທະນາ​ເສດຖະກິດ​ຂຽວ​ຢູ່​ໃນ​ໂລກ ພ້ອມ​ທັງ​ຍົກ​ໃຫ້​ເຫັນ​ບັນດາ​ຄວາມ​ຫຍຸ້ງຍາກ ​ແລະ ມາດ​ຕະການ​ກ່ຽວ​ກັບ​ນະ​ໂຍບາຍ​ເພື່ອ​ໃຫ້​ຫວຽດນາມ​ສ້າງ​ພື້ນຖານ​ເສດຖະກິດ​ຂຽວ​ໃນ​ສະພາບ​ກາ​ນພັດທະນາ​ແບບ​ຍື່ນ​ຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ