ເສີມຂະຫຍາຍບົດບາດເປັນເຈົ້າຂອງປະຊາຊົນໃນການກໍ່ສ້າງຊົນນະບົດໃຫມ່
ທ່ານປະທານປະເທດ ເຈືອງເຕີນຊາງ ຢ້ຽມຢາມພໍ່ແມ່ປຊຊ ຢູ່ ເຕີນຈ່າວ
|
(vovworld)- ວັນທີ 28/1, ທ່ານປະທານປະເທດ ຫວຽດນາມ ເຈືອງເຕີນຊາງ ແລະ ຄະນະປະຕິບັດງານສູນກາງ ໄດ້ລົງຢ້ຽມຢາມເຂດປູຊະນີຍາສະຖານແຫ່ງຊາດພິເສດ ເຕີນຈ່າວ ພ້ອມທັງຊອກຮູ້ກ່ຽວກັບສະພາບການກໍ່ສ້າງຊົນນະບົດໃຫມ່ ແລະ ອວຍພອນບຸນປີໃຫມ່ພໍ່ແມ່ປະຊາຊົນບັນດາເຜົ່າຢູ່ຕາແສງ ເຕີນຈ່າວ ເມືອງ ເຊີນເຢືອງ ແຂວງ ຕວຽນກວາງ. ນະທີ່ນີ້, ທ່ານປະທານປະເທດສະເຫນີວ່າ: ພ້ອມກັບການລົງທຶນຈາກລັດ, ທ້ອງຖິ່ນຕ້ອງເປັນເຈົ້າການໃນການລະດົມທຸກແຫລ່ງກຳລັງອື່ນ ແລະ ລະດົມກຳລັງແຮງຂອງປະຊາຊົນ ເພື່ອປະຕິບັດໂຄງການກໍ່ສ້າງຊົນນະບົດໃຫມ່ຂອງຕາແສງ, ສົມກັບມູນເຊື້ອຂອງເຂດດິນແດນປະຕິວັດ.