ເຫດລົດຕຳຢູ່ ເຢຍລະມັນ ເຮັດໃຫ້ຫລາຍຄົນຖືກເສຍຊີວິດ ແລະ ຮັບບາດເຈັບ

(VOVWORLD) - ວັນທີ 07 ເມສາ, ສື່ມວນຊົນ ເຢຍລະມັນ ໄດ້ໃຫ້ຂ່າວວ່າ ຕົວການເຫດລົດຕຳຢູ່ນະຄອນ Munster ແມ່ນພົນລະເມືອງ ເຢຍລະມັນ ມີບັນຫາກ່ຽວກັບດ້ານຈິດຕະ.
ເຫດລົດຕຳຢູ່ ເຢຍລະມັນ ເຮັດໃຫ້ຫລາຍຄົນຖືກເສຍຊີວິດ ແລະ ຮັບບາດເຈັບ - ảnh 1 ສະຖານທີ່ເກີດເຫດລົດຕຳຢູ່ ເຢຍລະມັນ (ພາບ: RT)

ກ່າວຄຳເຫັນຕໍ່ວົງການນັກຂ່າວ, ໂຄສົກຂອງຕຳຫລວດ Munster ໃຫ້ຮູ້ວ່າ: ວັນທີ 07 ເມສາ ຕົວການໄດ້ຂັບລົດບັນທຸກຕຳກຸ່ມຄົນຢູ່ຕໍ່ໜ້າຮ້ານອາຫານ Kiepenkerl ຢູ່ Munster. ຫລັງຈາກນັນ ຕົວການໄດ້ຂ້າຕົວຕາຍ. ເຫດການດັ່ງກ່າວ ເຫດໃຫ້ 2 ຄົນເສຍຊີວິດ ແລະ 20 ຄົນຮັບບາດເຈັບ. ປັດຈຸບັນ ຍັງບໍ່ທັນຮັບຮູ້ໄດ້ວ່າ ມີຜູ້ຖືກຮັບເຄາະຮ້າຍຜູ້ໃດເປັນຊາວ ຫວຽດນາມ ຫຼືບໍ. ຕຳຫລວດກໍ່ບໍ່ເວັ້ນເສຍແຕ່ຄວາມສາມາດ ນີ້ແມ່ນເຫດບຸກໂຈມຕີກໍ່ການຮ້າຍ, ແຕ່ປັດຈຸບັນ ຍັງບໍ່ທັນມີຄຳຢັ້ງຢືນຢ່າງເປັນທາງການເທື່ອ.

 

ຕອບກັບ

ຂ່າວ/ບົດ​ອື່ນ