ເອກອັກຄະລັດຖະທູດ ຫວຽດນາມປະຈຳຍີ່ປຸ່ນ ຍື່ນສານຕາຕັ້ງ.

ເອກອັກຄະລັດຖະທູດ ຫວຽດນາມປະຈຳຍີ່ປຸ່ນ ຍື່ນສານຕາຕັ້ງ. - ảnh 1
ທ່ານເອກອັກຄະ​ລັດຖະທູດ  ດ່ວານ​ຊວນ​ຮຶງ

(vovworld) - ວັນ​ທີ 2/3, ທ່ານເອກອັກຄະ​ລັດຖະທູດ ວິສາມັນ ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ສສ ​ຫວຽດນາມ​ ປະຈຳ​ຍີ່​ປຸ່ນ​ ດ່ວານ​ຊວນ​ຮຶງ, ​ໄດ້ຍື່ນ​ສານ​ຕາ​ຕັ້ງຂຶ້ນ​​ເຈົ້າ​ຊາຍ​ຍີ່ປຸ່ນ ນາ​ຮູ​ຮິ​ໂຕ, ທີ່​ພິທີ​ຍື່ນ​ສານ​ຕາ​ຕັ້ງ, ທ່ານເອກອັກຄະ​ລັດຖະທູດ  ດ່ວານ​ຊວນ​ຮຶງ ​ໄດ້​ເນັ້ນ​ໜັກ​​ວ່າ, ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ ຫວຽດນາມ - ຍີ່​ປຸ່ນ ພວມ​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ຈົບງາມ ​ແລະ​ຢືນຢັນ​ວ່າ, ໜ້າ​ທີ່​ຈຸດ​ສຸມ​ໃນ​ອາຍຸ​ການ​ຂອງ​ຕົນ ​ແມ່ນ​ປະກອບສ່ວນ​ເຮັດ​ໃຫ້​ສາຍ​ພົວພັນ​ນີ້ ນັບ​ມື້​ນັບ​ເລິກ​ເຊິ່ງຍິ່ງ​ຂຶ້ນ.  ສ່ວນ ​ເຈົ້າ​ຊາຍ​ຍີ່ປຸ່ນ ນາ​ຮູ​ຮິ​ໂຕ ກໍ່​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ, ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຈະ​ສືບ​ຕໍ່​ມີ​ບາດກ້າວ​ພັດທະນາ​ໃໝ່.

        ​ເມື່ອ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ​ປະຈຳ​ຍີ່ປຸ່ນ ພາຍຫຼັງ​ພິທີ​ຍື່ນ​ສານ​ຕາ​ຕັ້ງ, ທ່ານເອກອັກຄະ​ລັດຖະທູດ  ດ່ວານ​ຊວນ​ຮຶງ ຢັ້ງຢືນ​ວ່າ, ຫວຽດນາມ ​ແລະ ຍີ່ປຸ່ນ ​ໄດ້ ​ແລະ ພວມ​ປັບປຸງ ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດລະຫວ່າງ​ສອງ​ປະ​ເທດ​​. ທ່ານ​ຢືນຢັນ​ວ່າ ການ​ພົວພັນ​ລະຫວ່າງ ຫວຽດນາມ​ຍີ່ປຸ່ນ ນັບ​ມື້​ນັບ​ເຕີບ​ໂຕ ​ແລະ​ກ້າວ​ເຂົ້າ​ສູ່​ລວງ​ເລິກ. ທັງ​ສອງ​ປະ​ເທດ​ຍັງ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫຼາຍ​ຢ່າງ​ຢູ່:

          ”ຄວາມ​ເອົາ​ໃຈ​ໃສ່​ທີ່​ສຸດ​ຂອງ​ຂ້າພະ​ເຈົ້າ​ແມ່ນ​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃນ​ທຸກດ້ານ, ພິ​ເສດ​ແມ່ນ​ປະຕິບັດ​ຂໍ້​ຕົກລົງ​ຂັ້ນ​ສູງ​ລະຫວ່າງ​ສອງ​ປະ​ເທດ ດ້ວຍ​ຂົງ​ເຂດ​ຕ່າງໆ​ທີ່​ມີ​ຄວາມ​ໝາຍ​ທີ່​ສຸດ​ທາງ​ດ້ານ​ເສດຖະກິດ, ການ​ຄ້າ, ກິດຈະກຳ​ໃຫຍ່…​. ທາງສະຖານທູດ ຫາ​ກໍ່​ຮັບຮອງ​ເອົາ​ໂຄງການ​ປະຕິບັດ​ງານ​ປີ 2012 ​ແລະ​ ໃນ​ຊຸ​ມປີ​ຈະ​ມາ​ເຖິງ ​ເພື່ອ​​ເຮັດ​ໃຫ້ບັນດາການ​ເຄື່ອນ​ໄຫວ​ຕ່າງປະ​ເທດ​ຮັບ​ໃຊ້​ໃຫ້​ແກ່​ການ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກ້າວ​ເຂົ້າ​ສູ່​ລວງ​ເລິກ ​ແລະ​ແທດ​ຈິງ. ຂ້າພະ​ເຈົ້າ​ຄິດ​ວ່າ, ນັ້ນ​ແມ່ນ​ທິດ​ທາງ ​ເຊິ່ງພວກ​ເຮົາ​ຄວນ​ສົມທົບ​ກັນ ​ແລະ​ມານະ​ພະຍາຍາມ​ເພື່ອ​ບັນລຸ​ໄດ້​ໃນ​ໄລຍະ​ຈະ​ມາ​ເຖິງ”

ຕອບກັບ

ຂ່າວ/ບົດ​ອື່ນ