ແກ້ໄຂຄວາມຫຍຸ້ງຍາກ, ຊຸກຍູ້ຄວາມຄືບໜ້າໃຫ້ແກ່ໂຄງການສາທາລະນະ

(VOVWORLD) -ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິນ ເນັ້ນໜັກກວ່າ, ລັດຖະບານສູ້ຊົນປະຕິບັດໜ້າທີ່ກ່ຽວກັບການປ່ອຍເງິນລົງທຶນສາທາລະນະທີ່ໄດ້ວາງອອກຢູ່ໃນລະດັບສູງສຸດ.
ແກ້ໄຂຄວາມຫຍຸ້ງຍາກ, ຊຸກຍູ້ຄວາມຄືບໜ້າໃຫ້ແກ່ໂຄງການສາທາລະນະ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານຫວຽດນາມ ຟ້າມບິ່ງມິນ ໄດ້ເປັນປະທານການປະຊຸມ
(ພາບ: VGP)

ຕອນບ່າຍວັນທີ 14 ກັນຍາ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານຫວຽດນາມ ຟ້າມບິ່ງມິນ ໄດ້ເປັນປະທານການປະຊຸມໜ່ວຍປະຕິບັດງານພິເສດຂອງນາຍົກລັດຖະມົນຕີ ກ່ຽວກັບການກວດກາ, ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດ ແລະ ຊຸກຍູ້ການປະຕິບັດໂຄງການລົງທຶນຢູ່ບັນດາກະຂວງ, ຂະແໜງການ ແລະ ທ້ອງຖິ່ນ. ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິນ ເນັ້ນໜັກກວ່າ, ລັດຖະບານສູ້ຊົນປະຕິບັດໜ້າທີ່ກ່ຽວກັບການປ່ອຍເງິນລົງທຶນສາທາລະນະທີ່ໄດ້ວາງອອກຢູ່ໃນລະດັບສູງສຸດ. ທ່ານຮອງນາຍົກລັດຖະມົນຕີມອບໃຫ້ກະຊວງແຜນການ ແລະ ການລົງທຶນ ສືບຕໍ່ລວບລວມບັນດາຄວາມຫຍຸ້ງຍາກ ຂໍ້ຕິດຂັດຂອງບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນໃນວິວັດການປະຕິບັດບັນດາໂຄງການລົງທຶນສາທາລະນະ, ຈັດປະເພດ ແລະ ມີວິທີການແກ້ໄຂລະອຽດໃຫ້ຖືກຕາມສິດອຳນາດ.

ແຕ່ລະກະຊວງ, ຂະແໜງການຄວນສຸມໃສ່ສ້າງສຳເນົາເອກະສານໃຫ້ສຳເລັດ, ຊຸກຍູ້ບັນດາກິດຈະກຳທີ່ຜັນຂະຫຍາຍຢູ່ທ້ອງຖິ່ນຖືກຜົນສະທ້ອນໜ້ອຍຈາກໂລກລະບາດໂຄວິດ-19 ໂດຍໄວ; ເລືອກເອົານັກປະມູນມີກຳລັງຄວາມສາມາດປະຕິບັດບັນດາໂຄງການໃຫ້ຖືກຕ້ອງຕາມຄວາມຄືບໜ້າ…

ຕອບກັບ

ຂ່າວ/ບົດ​ອື່ນ