ທ່ານຮອງນາຍົກລັດຖະມົນຕີ ຫວູດືກດາມ (ພາບ: AVG)
|
(vovworld) - ພິທີສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງຂະແໜງທ່ອງທ່ຽວ (9/7/1960 – 9/7/2015) ແລະ ມອບລາງວັນທ່ອງທ່ຽວ ຫວຽດນາມ ປີ 2014 ເຊິ່ງໄດ້ດຳເນີນໃນຕອນຄຳ່ວັນທີ 8/7 ຢູ່ ຮ່າໂນ້ຍ. ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ຫວູດືກດາມ ອວຍພອນຂະແໜງທ່ອງທ່ຽວ ຫວຽດນາມ ໃນໄລຍະຜ່ານມາ, ບັນລຸໄດ້ຜົນງານຫຼາຍຢ່າງທີ່ໜ້າເອກອ້າງທະນົງໃຈ ແລະ ສະເໜີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ພ້ອມກັບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຕ້ອງສຸມໃສ່ແກ້ໄຂບັນດາຂໍ້ຕິດຂັດ, ຄວາມຫຍຸ້ງຍາກກ່ຽວກັບກົນໄກນະໂຍບາຍຢ່າງລະອຽດ ເພື່ອແນໃສ່ສ້າງສະພາບແວດລ້ອມສະດວກເພື່ອໃຫ້ການທ່ອງທ່ຽວພັດທະນາ. ທ່ານຮອງນາຍົກລັດຖະມົນຕີ ຫວູດືກດາມ ປາດຖະໜາວ່າ: ບັນດາວິສາຫະກິດທ່ອງທ່ຽວຕ້ອງມີທັດສະນະ, ການກະທຳ, ມາດຕະການລວມ ເພື່ອໃຫ້ບັນດາຂໍ້ລິເລິ່ມ, ວິທີເຮັດທີ່ດີໄດ້ຮັບການປຸກລະດົມ, ເສີມຂະຫຍາຍ, ບັນດາຮູບແບບພັດທະນາແບບຍືນຍົງ ເພື່ອຜົນປະໂຫຍດປະຊາຄົມ ຄວນໄດ້ຮັບການແຜ່ຂະຫຍາຍຢ່າງກ້ວາງຂວາງ, ເພື່ອການພັດທະນາຂອງຂະແໜງທ່ອງທ່ຽວ ແລະ ພາບພົດປະເທດຊາດ, ຊາວ ຫວຽດນາມ .