ແກ້ໄຂຜົນຮ້າຍຢ້ອນຫລັງຈາກລູກລະເບີດພາຍຫລັງສົງຄາມ

ແກ້ໄຂຜົນຮ້າຍຢ້ອນຫລັງຈາກລູກລະເບີດພາຍຫລັງສົງຄາມ - ảnh 1
ເກັບກູ້ລູກລະເບີດ
ພາບ:internet


(vovworld) - ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫາ​ກໍ່​ປະກາດ​​ໃຊ້​ຂໍ້​ຕົກລົງ​ອະນຸມັດ​ແຜນການ​ປະຕິບັດ​ໂຄງການ​ເຄື່ອນ​ໄຫວ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫລັງ​ລູກ​ລະ​ເບີດ​ພາຍຫລັງ​ສົງຄາມ​ໄລຍະ​ແຕ່​ນີ້​ຮອດ​ປີ 2015. ຈຸດໝາຍ​ຂອງ​ແຜນການ​ແມ່ນ​ລະດົມ ​ແລະ ນຳ​ໃຊ້ທຸກ​ແຫ​ລ່ງກຳລັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ​ ປະສິດທິ​ຜົນ​  ​ເພື່ອ​ຫລຸດຜ່ອນ, ກ້າວ​ໄປ​ເຖິງ​ການ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫລັງ​ຈາກ​ລູກ​ລະ​ເບີດ​ພາຍຫລັງ​ສົງຄາມແບບ​ຍືນ​ຍົງ, ຮັບປະກັນ​ຄວາມ​ປອດ​ໄພ​ໃຫ້​ແກ່​ຊີວິດ​ການ​ເປັນ​ຢູ່, ການ​ດຳ​ເນີນ​ຊີວິດ​​ຂອງ​ປະຊາຊົນ, ຊ່ວຍ​ເຫລືອ​ຜູ້ປະສົບ​ເຄາະ​ຮ້າຍ​ຈາກ​ລູກ​ລະ​ເບີດ​ເຈືອ​ຈານ​ເຂົ້າ​ກັບ​ວົງ​ຄະນາ​ຍາດ​ເປັນ​ຢ່າງ​ດີ. ຈຳນວນ​ເງິນ​ສະຫງວນ​​ໃຫ້​ແກ່​​ແຜນການ​ດັ່ງກ່າວ​ແມ່ນ 14.000 ຕື້​ດົ່ງ ​ເພື່ອ​ຜັນ​ຂະຫຍາຍ​ປະຕິບັດ​ບັນດາ​ໂຄງການ​ຫນູນ​ຊ່ວຍ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ລູກ​ລະ​ເບີດ​​ເຈືອ​ຈານ​ເຂົ້າ​ກັບ​ວົງ​ຄະນາ​ຍາດ, ​ໂຄສະນາ, ສຶກສາ​​ໃຫ້​ປະຊາຊົນ​ໃນການ​ປ້ອງ​ກັນ ​ແລະ ຫລີກ​ລ້ຽງ​ອຸປະຕິ​ເຫດ​ຈາກ​ລູກ​ລະ​ເບີດ, ປະຕິບັດ​ບັນດາ​ແຜນການ​​ເກັບ​ກູ້​ລະ​ເບີດ​ບໍ່​ທັນ​ແຕກ​​ໃນ​ເນື້ອ​ທີ່​ດິນ​ປະມານ 500.000 ​ເຮັກຕາ ເພື່ອ​ຮັບ​ໃຊ້​ການ​ພັດທະນາ​ເສດຖະກິດ​ສັງຄົມ.

ຂ່າວ/ບົດ​ອື່ນ