(VOVWORLD) -ໃນວັນທີ 23 ກຸມພາ, ທ່ານນາງ ຫງວຽນທຸ້ຍແອງ ຫົວໜ້າຄະນະກຳມະການກ່ຽວກັບບັນດາບັນຫາສັງຄົມຂອງສະພາແຫ່ງຊາດ ພ້ອມກັບຄະນະປະຕິບັດງານຂອງຄະນະກຳມະການໄດ້ລົງກວດກາວຽກງານປ້ອງກັນ ແລະ ຕ້ານໂລກລະບາດ COVID-19 ຢູ່ແຂວງ ວີ໊ງຟຸກ.
ຄະນະປະຕິບັດງານຂອງ ຄະນະກຳມະການກ່ຽວກັບບັນດາບັນຫາສັງຄົມຂອງ ສະພາແຫ່ງຊາດ ເຮັດວຽກກັບການນຳຄະນະກຳມະການປະຊາຊົນແຂວງ ວີ້ງຟຸກ (ພາບ:TTXVN)
|
ມາຮອດປັດຈຸບັນ, ແຂວງ ວີ໊ງຟຸກມີ 11 ກໍລະນີຕິດເຊຶ້ອພະຍາດ COVID-19, ໃນນັ້ນ, 10 ກໍລະນີໄດ້ປິ່ນປົວຫາຍດີເປັນປັກກະຕິ ແລະ ໄດ້ອອກໂຮງໝໍແລ້ວ, ກໍລະນີທີ່ຍັງເຫຼຶອແມ່ນສືບຕໍ່ໄດ້ຮັບການປິ່ນປົວ, ມີສຸຂະພາບເປັນປົກກະຕິ. ພິເສດ, ນັບແຕ່ວັນທີ 13 ກຸມພາ ມາຮອດປັດຈຸບັນຍັງບໍ່ມີກໍລະນີຕິດເຊຶ້ອພະຍາດດັ່ງກ່າວຕຶ່ມອີກ.