ແຂວງບິ່ງເຢືອງ:ນັກຊ່ຽວຊານຕ່າງປະເທດນັບພັນຄົນກັບຄືນເຮັດວຽກເປັນປົກກະຕິ

ແຂວງບິ່ງເຢືອງ:ນັກຊ່ຽວຊານຕ່າງປະເທດນັບພັນຄົນກັບຄືນເຮັດວຽກເປັນປົກກະຕິ - ảnh 1
ນັກຊ່ຽວຊານຕ່າງປະເທດກັບຄືນເຮັດວຽກເປັນປົກກະຕິ
(ພາບປະກອບ)

(vovworld) – ວັນ​ທີ 4/6, ​ເມື່ອ​ລາຍ​ງານ​ກ່ຽວ​ກັບ​ສະພາບ​​ເສດຖະກິດ - ສັງຄົມ​ແຂວງ ບິ່ງ​ເຢືອງ, ທ່ານ ​ເຈີ່ນ​ວັນ​ຫຼຽວ, ຫົວໜ້າ​ຄະນະ​ຄຸ້ມ​ຄອງ​ບັນດາ​ເຂດ​ອຸດສາຫະກຳ ບິ່ງ​ເຢືອງ, ​ໃຫ້​ຮູ້​ວ່າ: ປະ​ຈຸບັນ, ມີ​ກ່ວາ 80% ​ໃນ​ຈຳ​ນວນນັກ​ຊ່ຽວຊານ​ຕ່າງປະ​ເທດ​ 2.650 ຄົນໄດ້​ກັບ​ຄືນ​​ເຮັດ​ວຽກ​ຢູ່​ໂຮງງານ​​ແຫ່ງ​ຕ່າງໆທີ່​ມີ​ເງິນ​ລົງທຶນ​ຕ່າງປະ​ເທດ​ຢູ່​ບັນດາ​ເຂດ​ອຸດສາຫະກຳ​ແຂວງ ບິ່ງ​ເຢືອງ. ຕາມ​ທ່ານ ຫຼຽວ ​ແລ້ວ, ປະຈຸ​ບັນ​ເກືອບ 100% ວິ​ສາ​ຫະກິດ​ໄດ້​ກັບ​ຄືນ​ສູ່​ການເຄື່ອນ​ໄຫວຜະລິດ ພາຍຫຼັງ​ຜົນ​ເສຍ​ຫາຍ​ຍ້ອນ​ກຸ່ມ​ຄົນ​ບໍ່​ດີ​ກໍ່​ຂຶ້ນ​ໃນ​ຕົ້ນ​ເດືອນ 5 ຜ່ານ​ມາ.

    ກໍ່​ທີ່​ພິທີ​ນີ້, ທ່ານ ​ເຈີ່ນ​ວັນນາ​ມ, ຮອງ​ປະທານ​ຄະນະ​ກຳມະການ ປະຊາຊົນ​ແຂວງ ບິ່ງ​ເຢືອງ, ​ໃຫ້​ຮູ້​ວ່າ: ​ເຖິງ​ວ່າ​ປະສົມ​ກັບ​ຄວາມ​ຫຍຸ້ງຍາກ​ບໍ່​ແມ່ນ​ໜ້ອຍ ​ແຕ່​ການ​ເຕີບ​ໂຕ​ເສດຖະກິດ​ຂອງ​ແຂວງຍັງ​ຢູ່​ໃນ​ລະດັບ​ສູງ​ຢູ່ ດ້ວຍ​ມູນ​ຄ່າ​ການ​ຜະລິດ​ອຸດສາຫະກຳ​ໃນ 5 ​ເດືອນ​ຕົ້ນ​ປີ​ເພີ່ມ​ຂຶ້ນ​ເກືອບ 12% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ, ວົງ​ເງິນ​ສົ່ງ​ອອກ​ບັນ​ລຸ​ເກືອບ 5,5 ຕື້​ USD, ​ເພີ່ມຂຶ້ນ 11%, ປະກອບສ່ວນ​ແກ້​ໄຂ​ວຽກ​ເຮັດ​ງານ​ທຳ​ໃຫ້​ກຳມະກອນ​ກ່ວາ 800.000 ຄົນ.


ຂ່າວ/ບົດ​ອື່ນ