ເປົ້າໝາຍ Mohamed Abrini
(ພາບ: anninhthudo.vn)
|
(vovworld) – ໃນວັນທີ 8/4, ແບນຊິກໄດ້ຈັບຕົວເປົ້າໝາຍຖືກລະແວງສົງໄມຕື່ມອີກ 5 ຄົນເຊິ່ງກ່ຽວຂ້ອງເຖິງເຫດບຸກໂຈມຕີກໍ່ການຮ້າຍຢູ່ນະຄອນຫຼວງ ປາຣີ (ປະເທດ ຝຣັ່ງ) ເມື່ອເດືອນ 11 ປີກາຍ ແລະ ຢູ່ນະຄອນຫຼວງ ບຣຸກແຊນ ເມື່ອວັນທີ 22/3 ຜ່ານມາ. ອົງການໄອຍະການສະຫະພັນ ແບນຊິກ ໃຫ້ຮູ້ວ່າ: ບັນດາຜູ້ທີ່ຫາກໍ່ຖືກຈັບຕົວນັ້ນມີ Mohamed Abrini, ເປົ້າໝາຍທີ່ຖືກຕາມລ່າຍ້ອນມີສ່ວນກ່ຽວຂ້ອງເຖິງການກໍ່ການຮ້າຍຢູ່ນະຄອນຫຼວງ ປາຣີ ເຮັດໃຫ້ 130 ຄົນເສຍຊີວິດ.
ເປົ້າໝາຍທ່ີຖືກສົງໄສຄົນທີ 2 ໄດ້ຮັບຖືວ່າມີໜ້າຢູ່ຂ້າງຜູ້ວາງລະເບີດສະຫຼະຊີບຢູ່ສະຖານີລົດໄຟຟ້າໃຕ້ດິນຢູ່ ບຣຸກແຊນ, ກໍ່ຖືກຈັບຕົວ. ເປົ້າໝາຍດັ່ງກ່າວຊື່ວ່າ Osama Krayem ຖືກຈັບຕົວເມື່ອຕອນເຊົ້າວັນທີ 8/4 ພ້ອມກັບເປົ້າໝາຍອື່ນມີຊື່ວ່າ Herve B.M. ປະຈຸບັນ, ບັນດານັກສືບສວນ ແບນຊິກ ພວມ ສືບສວນວ່າ Osama Krayem ອາດຈະແມ່ນຜູ້ທີສອງມີໜ້າໃນເຫດກໍ່ການຮ້າຍຢູ່ສະຖານີລົດໄຟຟ້າ ຢູ່ Matlbeek ເມື່ອວັນທີ 22/3 ຫຼື ບໍ່?.