ແຜ່ຂະຫຍາຍຈິດໃຈສຶກສາດ້ວຍຄວາມຮັກ

(VOVWORLD) - ບັນດາການເຄື່ອນໄຫວຕົ້ນຕໍຂອງບັ້ນເຄື່ອນໄຫວນີ້ລວມມີ: ຝຶກອົບຮົມ, ເຈລະຈານະໂຍບາຍ, ເຫດການສື່ສານຢູ່ກາງແຈ້ງ, ທາງສື່ສັງຄົມອອນລາຍ…

ແຜ່ຂະຫຍາຍຈິດໃຈສຶກສາດ້ວຍຄວາມຮັກ - ảnh 1

ວັນບຸນ “ແຜ່ຂະຫຍາຍຄວາມຮັກ” 

(ພາບ: plo.vn)

ວັນທີ 01 ພະຈິກ, ສະຖາບັນຄົ້ນຄວ້າຄຸ້ມຄອງພັດທະນາແບບຍືນຍົງ (MSD) ໄດ້ສົມທົບກັບຄະນະຊາວໜຸ່ມນະຄອນຮ່າໂນ້ຍ, ສະພາເຍົາວະຊົນນະຄອນຮ່າໂນ້ຍ ແລະ ເຄືອຂ່າຍຄຸ້ມຄອງສິດທິຂອງເດັກ ໄດ້ຈັດວັນບຸນ “ແຜ່ຂະຫຍາຍຄວາມຮັກ” ຢູ່ຮ່າໂນ້ຍ.

        ປີ 2020, ບັ້ນເຄື່ອນໄຫວໄດ້ຮັບການປຸກລະດົມຂຶ້ນນັບແຕ່ວັນທີ 09 ຕຸລາ ຫາວັນທີ 10 ພະຈິກ ດ້ວຍຫົວຂໍ້ວ່າ “ສຶກສາດ້ວຍຄວາມຮັກ”. ບັນດາການເຄື່ອນໄຫວຕົ້ນຕໍຂອງບັ້ນເຄື່ອນໄຫວນີ້ລວມມີ: ຝຶກອົບຮົມ, ເຈລະຈານະໂຍບາຍ, ເຫດການສື່ສານຢູ່ກາງແຈ້ງ, ທາງສື່ສັງຄົມອອນລາຍ…

        ວັນບຸນດັ່ງກ່າວ ໄດ້ສ້າງເວທີດ້ານກຳລັງກາຍ ແລະ ຈິດໃຈໃຫ້ບັນດາເດັກນ້ອຍ ແລະ ຄອບຄົວໃຫ້ມີໂອກາດຊອກຮູ້ກ່ຽວກັບສິດທິຂອງເດັກ, ຍົກເລີກການລົງໂທດທາງດ້ານຮ່າງກາຍ ແລະ ຈິດໃຈສຳລັບເດັກນ້ອຍ, ພິເສດແມ່ນໃນຄອບຄົວ. ວັນບຸນ “ສຶກສາດ້ວຍຄວາມຮັກ 2020” ຈະສືບຕໍ່ໄດ້ດຳເນີນຢູ່ນະຄອນໂຮ່ຈີມິນ ໃນວັນທີ 08 ພະຈິກ ແລະ ຢູ່ເຫວ ໃນວັນທີ 14 ພະຈິກ.

ຕອບກັບ

ຂ່າວ/ບົດ​ອື່ນ