ແອັດສະປາຍ: ໝາກຜົນເບື້ອງຕົ້ນຂອງການເລືອກຕັ້ງທົ່ວປະເທດກ່ອນກຳນົດເວລາ

(VOVWORLD) -ດ້ວຍ 95% ຈຳນວນບັດໄດ້ນັບ, ພັກສັງຄົມຂອງທ່ານນາຍົກລັດຖະມົນຕີແອັດສະປາຍ Pedro Sanchez ພວມນຳໜ້າໃນການເລືອກຕັ້ງຄັ້ງໃຫຍ່ກ່ອນກຳນົດເວລາ (123/350 ບັດ) ເຊິ່ງດຳເນີນໃນວັນທີ 28 ເມສາ, ແຕ່ຍັງບໍ່ທັນມີຈຳນວນບັດສະໜັບສະໜູນຢ່າງພຽງພໍເພື່ອສ້າງຕັ້ງລັດຖະບານໂດຍຕົນເອງໄດ້.

ແອັດສະປາຍ: ໝາກຜົນເບື້ອງຕົ້ນຂອງການເລືອກຕັ້ງທົ່ວປະເທດກ່ອນກຳນົດເວລາ - ảnh 1 ພັກສັງຄົມຂອງທ່ານນາຍົກລັດຖະມົນຕີແອັດສະປາຍ Pedro Sanchez

ພວມນຳໜ້າໃນການເລືອກຕັ້ງຄັ້ງໃຫຍ່ກ່ອນກຳນົດເວລາ

(ພາບ: THX/TTXVN)

ສິ່ງທີ່ໜ້າສົນໃຈນັ້ນແມ່ນ, ພັກ Vox ຕາມແນວທາງຂວາຈັດ ເປັນຄັ້ງທຳອິດຍາດໄດ້ທີ່ນັ່ງຢູ່ສະພາແຫ່ງຊາດແອັດສະປາຍ. ໝາກຜົນດັ່ງກ່າວໝາຍຄວາມວ່າ, ທ່ານນາຍົກລັດຖະມົນຕີ Pedro Sanchez ຈະຕ້ອງກະຕຸກຊຸກຍູ້ການຮ່ວມສຳພັນກັບພັກຝ່າຍຊ້າຍ Pademos ແລະ ບັນດາກຸ່ມນ້ອຍອື່ນ. ປະຈຸບັນ, ການນຳພັກ Pademos ຖະແຫຼງວ່າ ພວມຊັ່ງຊາຄວາມສາມາດສ້າງຕັ້ງລັດຖະບານສຳພັນທະມິດຝ່າຍຊ້າຍກັບພັກສັງຄົມ. ໂດຍໄດ້ຮູ້ວ່າ, ອັດຕາຜູ້ມີສິດເລືອກຕັ້ງເຂົ້າຮ່ວມການເລືອກຕັ້ງທົ່ວປະເທດຄັ້ງນີ້ແມ່ນສູງກວ່າເມື່ອທຽບໃສ່ປີ 2016.

ຕອບກັບ

ຂ່າວ/ບົດ​ອື່ນ