ໂຄງການ “ໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກລະເບີດໝາກມິ່ນແຂວງ ກວາງຈີ້”

ໂຄງການ “ໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກລະເບີດໝາກມິ່ນແຂວງ ກວາງຈີ້” - ảnh 1
ພາບປະກອບ

(vovworld) - ວັນ​ທີ 10/8, ຢູ່​ສະຖານທູດ​ຍີ່ປຸ່ນ​ປະຈຳ​ຫວຽດນາມ ​ໄດ້​ດຳ​ເນີນ​ພິທີ​ເຊັນ​ສັນຍາ​​ຊ່ວຍ​ເຫຼືອ​ລ້າ​ຂັ້ນ​ຮາກ​ຖານ​ຂອງ​ລັດຖະບານ ຍີ່ປຸ່ນ​ ທີ່ສະຫງວນ​​ໃຫ້​ແກ່​ໂຄງການ “ໜູນ​ຊ່ວຍ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກລະ​ເບີດໝາກ​ມິ່ນ ​ແຂວງ ກວາງ​ຈີ້”, ຂອງ​ສະ​ຖາ​ບັນ Humpty Dumpty. ທາງສະ​ຖາ​ບັນ Humpty Dumpty ​ແມ່ນ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ຂອງ ​ອາ​ເມ​ລິ​ກາ. ​ແຕ່​ປີ 2012, ສະ​ຖາ​ບັນ​ໄດ້​ສົມທົບ​ກັບ​ໂຄງການ RENEW (​ເຊິ່ງ​ແມ່ນ​ໂຄງການ​ຂອງ​ກອງ​ທຶນ​ອາ​ໄລ​ຫາ​ທະຫານ​ຜ່ານ​ເສີກ ອາ​ເມ​ລິ​ກາ ຢູ່​ຫວຽດນາມ) ສ້າງ​ຕັ້ງ​ໂຄງການ ພັດທະນາ​ການປູກ​ເຫັດ​ກາຍ​ເປັນ​ຂະ​ແໜງ​ກະສິກຳ​ແບບ​ຍືນ​ຍົງ​ຢູ່​ແຂວງ ກວາງ​ຈີ້, ສ້າງ​ລາຍ​ຮັບ ​ແລະ ໜູນ​ຊ່ວຍ​ຊີວິດ​ການ​ເປັນ​ຢູ່​ໃຫ​້​ແກ່​ບັນດາ​ຄອບຄົວ, ບັນດາ​ຄອບຄົວ​ເຂົ້າ​ຮ່ວມ​ລາຍການ​ຈະ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ເບື້ອງ​ຕົ້ນ ​ແລະ ບຳລຸງ​ສ້າງ​ດ້ານ​ເຕັກນິກ​​ເພື່ອ​ປູກ​ເຫັດ. ສະ​ຖາ​ບັນ Humpty Dumpty ​ໄດ້​ສ້າງ​ແຜນການ​ເພີ່ມ​ທະວີ​ຄວາມ​ສາມາດ​ປູກ​ເຫັດ​​ໃນ​ລະດັບ​ສູງ​ເພື່ອ​ໜູນ​ຊ່ວຍ​ບັນດາ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​​ລະ​ເບີດໝາກ​ມິ່ນ ດ້ວຍ​ວິທີ​ລົງທຶນ​ປະກອບອຸປະກອນ​ໃໝ່, ​ເພີ່ມ​ປະລິມານ​ການ​ຜະລິດ​ເຫັດ. ລັດຖະບານ ຍີ່ປຸ່ນ ​ໄດ້​ຕັດສິນ​ໃຈ​ໜູນ​ຊ່ວຍ​ ສະ​ຖາ​ບັນ Humpty Dumpty ບ້ວງ​ເງິນ​ມີ​ມູນ​ຄ່າ​ເກືອບ 123.000 USD ​ເພື່ອ​ລົງທຶນປະກອບ​ບັນດາ​ອຸປະກອນ​ທີ່​ຈຳ​ເປັນ​ໃຫ້​ແກ່​ໂຄງການ​ນີ້.

 

 

ຂ່າວ/ບົດ​ອື່ນ