(vovworld) – ວັນທີ 11/08, ການນຳນະຄອນເກີນເທີ ໄດ້ມີການເຮັດວຽກກັບຜູ້ຕາງໜ້າອົງການຮ່ວມມືສາກົນຍີ່ປຸ່ນ (JICA) ກ່ຽວກັບໂຄງການ “ທຶນສຶກສາພັດທະນາແຫຼ່ງຊັບພະຍາກອນມະນຸດຍີ່ປຸ່ຍ (JDS) ປີ 2016” ທີ່ສະຫງວນໃຫ້ລັດຖະກອນຫວຽດນາມ ໃນເກ່ນອາຍຸແຕ່ 24 – 39 ປີ, ທີ່ໄດ້ເຮັດວຽກໃນອົງການຂອງລັດຢ່າງໜ້ອຍສຸດແມ່ນ 2 ປີ. ຜູ້ຕາງໜ້າ JICA ໃຫ້ຮູ້ວ່າ, ທຶນສຶກສາ JDS ນຳໃຊ້ແຫຼ່ງທຶນຊ່ວຍເຫຼືອລ້າຂອງລັດຖະບານຍີ່ປຸ່ນ, ໜູນຊ່ວຍບັນດາການເຄື່ອນໄຫວພັດທະນາແຫຼ່ງຊັບພະຍາກອນມະນຸດຂອງລັດຖະບານຫວຽດນາມ. ໃນສົກຮຽນ 2017 – 2018, ມີພະນັກງານໜຸ່ມ 30 ຄົນໄດ້ຮັບຄວາມເຊື່ອໝັ້ນວ່າຈະສວມບົດບາດເປັນການນຳຫວຽດນາມ ທີ່ໄດ້ຄັດເລືອກຮັບທຶນສຶກສາ JDS.