ໂຄສະນາສີສັນວັດທະນະທຳບັນດາເຜົ່າ ຫວຽດນາມ

(VOVWORLD) - ແນະນຳວັດທະນະທຳ, ຮີດຄອງປະເພນີຂອງບັນດາຊົນເຜົ່າ; ໂຄສະນາ, ອະນຸລັກຮັກສາ, ເສີມຂະຫຍາຍຄຸນຄ່າວັດທະນະທຳມູນເຊື້ອທີ່ເປັນເອກະລັກສະເພາະ. ພິເສດ, ບັນດາເຫດການກໍ່ປະກອບສ່ວນຫັນການເຄື່ອນໄຫວດຶງດູດແຂກທ່ອງທ່ຽວ, ສ້າງບັນດາສະຖານທີ່ທ່ອງທ່ຽວຢູ່ບັນດາໝູ່ບ້ານວັດທະນະທຳ - ທ່ອງທ່ຽວບັນດາຊົນເຜົ່າ ຫວຽດນາມ ເປັນຫຼາຍຮູບຫຼາຍແບບ
 
ໂຄສະນາສີສັນວັດທະນະທຳບັນດາເຜົ່າ ຫວຽດນາມ - ảnh 1(ພາບປະກອບຈາກ VOV)

“ສີສັນວັດທະນະທຳ ບັນດາເຜົ່າ ຫວຽດນາມ” ແມ່ນຫົວຂໍ້ລວມຂອງບັນດາການເຄື່ອນໄຫວຈັດຂຶ້ນແຕ່ເດືອນ ເມສາ ຮອດວັນທີ 3 ພຶດສະພາ ຢູ່ໝູ່ບ້ານວັດທະນະທຳ - ທ່ອງທ່ຽວ ບັນດາເຜົ່າ ຫວຽດນາມ (ຮ່າໂນ້ຍ). ບັນດາການເຄື່ອນໄຫວໄດ້ປະກອບສ່ວນເຊີດຊູ ວັນວັດທະນະທຳບັນດາເຜົ່າ ຫວຽດນາມ (19 ເມສາ); ແນະນຳວັດທະນະທຳ, ຮີດຄອງປະເພນີຂອງບັນດາຊົນເຜົ່າ; ໂຄສະນາ, ອະນຸລັກຮັກສາ, ເສີມຂະຫຍາຍຄຸນຄ່າວັດທະນະທຳມູນເຊື້ອທີ່ເປັນເອກະລັກສະເພາະ. ພິເສດ, ບັນດາເຫດການກໍ່ປະກອບສ່ວນຫັນການເຄື່ອນໄຫວດຶງດູດແຂກທ່ອງທ່ຽວ, ສ້າງບັນດາສະຖານທີ່ທ່ອງທ່ຽວຢູ່ບັນດາໝູ່ບ້ານວັດທະນະທຳ - ທ່ອງທ່ຽວບັນດາຊົນເຜົ່າ ຫວຽດນາມ ເປັນຫຼາຍຮູບຫຼາຍແບບ.

        ໃນນັ້ນ, ແຕ່ວັນທີ 14 – 19 ເມສາ, ໄດ້ຈັດບັນດາການເຄື່ອນໄຫວເນື່ອງໃນໂອກາດ “ວັນວັດທະນະທຳບັນດາເຜົ່າ ຫວຽດນາມ ປີ 2023”. ແຕ່ວັນທີ 29 ເມສາ ຮອດວັນທີ 3 ພຶດສະພາ ແມ່ນງານບຸນບູຊາເຈົ້າຊີວິດຮຸ່ງ (ວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ).

        ກໍ່ໃນເດືອນ ເມສາ ນີ້, ຫຼາຍທ້ອງຖິ່ນກໍ່ໄດ້ແນະນຳວັດທະນະທຳ, ການທ່ອງທ່ຽວທ້ອງຖິ່ນຢູ່ໝູ່ບ້ານວັດທະນະທຳ - ທ່ອງທ່ຽວບັນດາເຜົ່າ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ