ໂຄສະນາອາຫານການກິນຂອງຫວຽດນາມຢູ່ອາຟລິກາໃຕ້
ສັບປະດາອາຫານການກິນຫວຽດນາມ
ຖືກດຳເນີນໄປຢູ່ນະຄອນ Johannesburg
(ພາບ:dantri.com.vn)
(vovworld) – ໃນລະຫວ່າງວັນທີ 03 – 12/09, ສັບປະດາອາຫານການກິນຫວຽດນາມ ຖືກດຳເນີນໄປຢູ່ນະຄອນ Johannesburg ຂອງປະເທດອາຟລິກາໃຕ້. ນີ້ແມ່ນການເຄື່ອນໄຫວໂຄສະນາອາຫານການກິນຂອງຫວຽດນາມ ຕາມຂ້ໍລິເລີ່ມຂອງລະບົບໂຮງແຮມ Hyatt ດ້ວຍການເຂົ້າຮ່ວມໜູນຊ່ວຍຂອງສະຖານທູດຫວຽດນາມ ແລະ ປະຊາຄົມຊາວຫວຽດນາມ ອາໄສຢູ່ອາຟລິກາໃຕ້. ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອາຟລິກາໃຕ້ ເລຮຸຍຮ່ວາງ ໄດ້ຕີລາຄາສູງຄວາມໝາຍຂອງສັບປະດາອາຫານການກິນຂອງຫວຽດນາມ ຢູ່ອາຟລິກາໃຕ້, ຖືວ່ານີ້ແມ່ນການໂຄສະນາຍາວທີ່ສຸດ, ດ້ວຍການກະກຽມອາຫານການກິນຂອງຫວຽດນາມດີທີ່ສຸດ ນັບແຕ່ກອນມາຮອດປະຈຸບັນ ຢູ່ອາຟລິກາໃຕ້. ເຫດການໄດ້ຊ່ວຍໂຄສະນາບັນດາຄຸນຄ່າອາຫານການກິນຂອງຫວຽດນາມ ຢູ່ອາຟລິກາໃຕ້ ຢ່າງມີປະສິດທິຜົນ, ປະກອບສ່ວນໂຄສະນາການທ່ອງທ່ຽວ ແລະ ຊຸກຍູ້ບັນດາການພົວພັນຮ່ວມມືດ້ານເສດຖະກິດ, ການຄ້າລະຫວ່າງ 2 ປະເທດ.