ໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ກ່ວາ 17 ລ້ານຄົນ

(VOVWORLD) - ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງ ວັນທີ 30 ກໍລະກົດ (ຕາມເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ກ່ວາ 17.170.000 ຄົນ ແລະ ມີ 669.225 ຄົນເສຍຊີວິດ.
ໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ກ່ວາ 17 ລ້ານຄົນ - ảnh 1 ອາເມລິກາ ສືບຕໍ່ແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ-19  (ພາບ: AFP/TTXVN) 

        ອາເມລິກາ ສືບຕໍ່ແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ-19 ດ້ວຍຈຳນວນຜູ້ຕິດເຊື້ອແມ່ນ 4.567.000 ຄົນ ແລະ ມີກ່ວາ 153.700 ຄົນເສຍຊີວິດ. ໃນວັນທີ 29 ກໍລະກົດ, ອາເມລິກາ ໄດ້ຢັ້ງຢືນວ່າ ມີ 1.461 ຄົນເສຍຊີວິດຍ້ອນ ໂຄວິດ-19, ໃນເວລາ 1 ນາທີມີຜູ້ດສຍຊີວິດ 1 ຄົນ. ນີ້ແມ່ນຕົວເລກເສຍຊີວິດສູງສຸດໃນມື້ໜຶ່ງ ນັບແຕ່ວັນທີ 27 ພຶດສະພາ ເປັນຕົ້ນມາ. ຖັດຈາກ ອາເມລິກາ ແມ່ນປະເທດ ບຣາຊິນ ດ້ວຍຈຳນວນຜູ້ຕິດເຊື້ອແມ່ນກ່ວາ 2.555.500 ຄົນ ແລະ ມີ 90.188 ຄົນເສຍຊີວິດຍ້ອນໂຄວິດ-19.

ຕອບກັບ

ຂ່າວ/ບົດ​ອື່ນ