ໂລກລະບາດໂຄວິດ-19: ທົ່ວໂລກມີຜູ້ເສຍຊີວິດຍ້ອນໂລກລະບາດໂຄວິດ-19 ເກືອບ 642.000 ຄົນ

(VOVWORLD) -ທົ່ວໂລກມີຜູ້ຕິດໂລກລະບາດໂຄວິດ-19 ແມ່ນກວ່າ 15.930.000 ຄົນ, ໃນນັ້ນເກືອບ 642.000 ຄົນເສຍຊີວິດ.

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງຕອນເຊົ້າວັນທີ 25 ກໍລະກົດ (UTC), ທົ່ວໂລກມີຜູ້ຕິດໂລກລະບາດໂຄວິດ-19 ແມ່ນກວ່າ 15.930.000 ຄົນ, ໃນນັ້ນເກືອບ 642.000 ຄົນເສຍຊີວິດ.

        ອາເມລິກາ ຍັງສືບຕໍ່ແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ, ໃນນັ້ນມີຜູ້ຕິດໂລກລະບາດໂຄວິດ-19 ແມ່ນ 4.248.372 ຄົນ ແລະ ມີຜູ້ເສຍຊີວິດແມ່ນເກືອບ 148.500 ຄົນ. ຖັດຈາກອາເມລິກາ ແມ່ນບຣາຊິນ.

        ຢູ່ເອີລົບ, ເຖິງວ່າສະພາບໂລກລະບາດພວມໄດ້ຮັບການຄວບຄຸມເປັນຢ່າງດີກວ່າ, ແຕ່ຈຳນວນຜູ້ຕິດເຊື້ອລາຍໃໝ່ໃນຮອບເວລາ 24 ຊົ່ວໂມງຜ່ານມາ ຍັງຂຶ້ນເຖິງ 16.854 ຄົນ, ຍົກຈຳນວນຜູ້ຕິດໂລກລະບາດຢູ່ທະວີບນີ້ນັບແຕ່ກ່ອນມາຮອດປະຈຸບັນຂຶ້ນເຖິງ 2,75 ລ້ານຄົນ ແລະ ມີຜູ້ເສຍຊີວິດແມ່ນກວ່າ 200.000 ຄົນ.

        ຢູ່ອາຟະລິກາ, ອາຊີ, ອິນເດຍ ຈຳນວນຜູ້ຕິດໂລກລະບາດ ແລະ ເສຍຊີວິດກໍ່ໄດ້ເພີ່ມຂຶ້ນເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ