ໂອກາດໃຫ້ວິສາຫະກິດ ຫວຽດນາມສົ່ງອອກຜະ ລິດຕະພັນກະເສດ, ສິນໃນນ້ຳໄປອີຢີບ


ໂອກາດໃຫ້ວິສາຫະກິດ ຫວຽດນາມສົ່ງອອກຜະ ລິດຕະພັນກະເສດ, ສິນໃນນ້ຳໄປອີຢີບ - ảnh 1

(ພາບ: vov)

(vovworld)–ວັນ​ທີ 10/11, ຄະນະ​ຜູ້​ແທນ​ສົ່ງ​ເສີມ​ການ​ຄ້າ​ຂອງ​ກະຊວງ​ອຸດສາຫະ ກຳ​ການ​ຄ້າ​ຫວຽດນາມ ສົມທົບ​ກັບ​ຫ້ອງການ​ການ​ຄ້າ​ກາຍ​ໂຣ ​ແລະ ສະຖານທູດ​ຫວຽດນາມ ປະຈຳ​ອີ​ຢີບ ​ ຈັດກອງ​ປະຊຸມ​ສຳ​ມະ​ນາ​ແນະນຳ​ກ່ຽວ​ກັບ​ຕະຫຼາດ​ກໍ່​ຄື​ບັນດາ​ກາລະ​ໂອກາດ​ດຳ​ເນີນ​ທຸລະ​ກິດດ້ານຜະລິດ​ຕະພັນ​ກະ​ເສດ, ສິນ​ໃນ​ນ້ຳຫວຽດນາມ.

   ຜູ້ຕາງໜ້າ​ຂອງກຸ່ມ​ບໍລິສັດ ​ແລະ ບໍ​ລິ​ສັດ​ການ​ຄ້າ​ອີ​ຢີບ​ເກືອບ 30 ​ແຫ່ງ​ມີໜ້າ​ຢູ່ ກອງ​ປະຊຸມ​ສຳ​ມະ​ນາ​ ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ປາດ​ຖະໜາ​ຢາກ​ຊອກ​ຫາ​ບັນດາ​ນັກ​ຜະລິດ ​ແລະ ບໍລິສັດ​ສົ່ງ​ອອກ​ທີ່​ມີ​ອິດ​ທິພົນ​ຊື່​ສຽງ, ພ້ອມ​ທັງ​ເພີ່ມ​ທະວີ​ການ​ນຳ​ເຂົ້າບັນດາ​ຜະລິດ​ຕະພັນ​ກະ​ເສດ, ສິນ​ໃນ​ນ້ຳຈາກຫວຽດນາມ ຄື: ປາ​ແຊ​ເຢັນ, ໝາກພິກ​ໄທ, ໝາກມ່ວງ​ຫິມະພານ, ຢາງພາລາ…​ໃນ​ໂອກາດ​ນີ້, ບາງ​ວິ​ສາ​ຫະກິດ​ໄດ້​ສະ​ເໜີ​ຕໍ່​ກະຊວງ​ອຸດສາຫະກຳ​ການ​ຄ້າ ​ແລະ ບັນດາ​ກະຊວງ​ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ຂອງ​ຫວຽດນາມ ຕ້ອງ​ຄວບ​ຄຸ​ມຄຸນ​ນະພາ​ບຜະລິດ​ຕະພັນ​ກະ​ເສດ​ໃຫ້​ເປັນ​ຢ່າງ​ດີ, ພ້ອມ​ທັງ​ປັບ​ໄໝ​ລົງ​ໂທດ​ບັນດາ​ວິ​ສາ​ຫະກິດ​ພາຍ​ໃນ​ປະ​ເທດ​ມີ​ການສໍ້​​ໂກງ​ການ​ຄ້າ​ຢ່າງ​ເຂັ້ມງວດ ​ເພື່ອ​ແນ​ໃສ່​ເຮັດ​ໃຫ້​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ​ລະຫວ່າງ​ສອງ​ປະ​ເທດ​ມີ​ຄວາມ​ປອດ​ໄສ./.

ຂ່າວ/ບົດ​ອື່ນ