ໃນ 24 ຊົ່ວ​ໂມງ​ຜ່ານ​ມາ, ຫວຽດ​ນ​າມ ຢັ້ງ​ຢືນ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ​ລາຍໃໝ່ຕື່ມ​ອີກ 14.314 ຄົ​ນ

(VOVWORLD) -ນັບແຕ່ເວລາ 16 ໂມງຂອງວັນທີ 4 ທັນວາ ຫາເວລາ 16 ໂມງຂອງວັນທີ 5 ທັນຍາ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກ 14.314 ຄົນ ຢູ່ 61 ແຂວງ, ນະຄອນ. 
ໃນ 24 ຊົ່ວ​ໂມງ​ຜ່ານ​ມາ, ຫວຽດ​ນ​າມ ຢັ້ງ​ຢືນ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ​ລາຍໃໝ່ຕື່ມ​ອີກ 14.314 ຄົ​ນ - ảnh 1(ພາບປະກອບ:ກະຊວງສາທາລະນະສຸກ)

   ນັບແຕ່ເວລາ 16 ໂມງຂອງວັນທີ 4 ທັນວາ ຫາເວລາ 16 ໂມງຂອງວັນທີ 5 ທັນຍາ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກ 14.314 ຄົນ ຢູ່ 61 ແຂວງ, ນະຄອນ ໃນນັ້ນມີທ້ອງຖິ່ນ 2 ແຫ່ງ ຢັ້ງຢືນມີຜູ້ຕິດເຊື້ອຫຼາຍກວ່າ 1.000 ຄົນ ນັ້ນແມ່ນນະຄອນ ໂຮ່ຈີມິນ (1.419 ຄົນ) ແລະ ເກີ່ນເທີ (1.123 ຄົນ). ກໍໃນວັນດຽວກັນ, ມີຜູ້ຕິດເຊື້ອ 1.711 ຄົນ ໄດ້ຮັບການປິ່ນປົວຫາຍດີ ແລະ 199 ຄົນ ເສຍຊີວິດ.    

          ກ່ຽວກັບສະພາບການສັກວັກຊິນກັນພະຍາດໂຄວິດ - 19, ຮອດຕອນບ່າຍວັນ 5 ທັນວາ, ຫວຽດນາມ ໄດ້ຈັດຕັ້ງການສັກວັກຊິນໄດ້ລວມທັງໝົດກວ່າ 127 ລ້ານໂດສ, ໃນນັ້ນ ຜູ້ທີ່ຫາກໍສັກໄດ້ໜຶ່ງເຂັມ ແມ່ນກວ່າ 73 ລ້ານຄົນ.


ຕອບກັບ

ຂ່າວ/ບົດ​ອື່ນ