ໄຂ “ເດືອນມະໂຫລານອາຫານ ການກິນ ຫວຽດນາມ” ຢູ່ ໄທ

ໄຂ “ເດືອນມະໂຫລານອາຫານ ການກິນ ຫວຽດນາມ” ຢູ່ ໄທ - ảnh 1
ທ່ານເອກອັກຄະລັດຖະທູດ ຫວຽດນາມ ໂງດຶກຖັງ ກ່າວຄຳເຫັນທີ່ພິທີໄຂ “​ເດືອນ​ມະ​ໂຫລານ​ອາຫານ​ການ​ກິນ ຫວຽດນາມ”

(vovworld) –  ຕອນ​ຄຳ່​ວັນ​ທີ 6/6, ຢູ່​ນະຄອນຫຼວງ ບັງ​ກອກ, ປະ​ເທດ​ໄທ ​ໄດ້​ຈັດພິທີ​ໄຂ “​ເດືອນ​ມະ​ໂຫລານ​ອາຫານ​ການ​ກິນ ຫວຽດນາມ” ຢູ່​ໄທ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້ຕາງໜ້າ​ສະຖານທູດ ຫວຽດນາມ, ສະມາຄົມ​ວັດທະນະທຳ ​ໄທ - ຫວຽດນາມ ພ້ອມ​ກັບ​ແຂກ​ຖືກ​ເຊີນ​ເຊິ່ງ​ແມ່ນ​ຊາວ​ໄທ, ພໍ່​ແມ່ນຊາວ ​ຫວຽດນາມ ​ອາ​ໄສ​ຢູ່ ​ໄທ ​ແລະ ​ເພື່ອນ​ມິດສາ​ກົນ​ນັບ​ຮ້ອຍ​ຄົນ. ​ໃນ​ພິທີ​ໄຂ, ​ແຂກ​ຖືກ​ເຊີນ ​ໄດ້​ຮັບ​ປະທານອາຫານຫຼາຍ​ເຍື່ອງ​ທີ່​ມີ​ລົດ​ຊາດ​ສະ​ເພາະຂອງ​ຫວຽດນາມ ​​ເຊິ່ງໄດ້​ຮັບ​ການ​ປຸງ​ແຕ່ງ​ຢູ່​ກັບ​ທີ່. ​ແຂກ​ເຂົ້າ​ຮ່ວມ​ຍັງ​ໄດ້​ຮັບ​ຊົມ​​ຮູບ​​​ແຕ້ມ​ທີ່​ສວຍ​ງາມ​ກ່ຽວ​ກັບ​ທິດ​ທັດ​ທຳ​ມະ​ຊາດ, ປະຊາຊົນ ຫວຽດນາມ ​ໂດຍ​ບັນດາ​​ຈິດຕະກອນ 2 ປະ​ເທດ​​ແຕ້ມ ​ແລະ ​ໄດ້​ຮັບ​ການ​​ເກັບ​ກຳ. “​ເດືອນ​ມະ​ໂຫລານ​ອາຫານ​ການ​ກິນ ຫວຽດນາມ” ຢູ່​ໄທ ຈະ​ແກ່​ຍາວຮອດ​ວັນ​ທີ 28/6.

ຂ່າວ/ບົດ​ອື່ນ