ຕອນເຊົ້າວັນທີ 6/12, ຢູ່ຮ່າໂນ້ຍ, ໄດ້ໄຂກອງປະຊຸມກຸ່ມທີ່ປຶກສາບັນດານັກອຸປະຖຳໃຫ້ແກ່ຫວຽດນາມປີ 2011 ໂດຍມີການເຂົ້າຮ່ວມຂອງທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນເຕີນຢູງ, ທ່ານຜູ້ອຳນວຍການແຫ່ງຊາດ, ທະນາຄານໂລກປະຈຳຫວຽດນາມ Vichtoria Kwakwa, ຜູ້ຕາງໜ້າບັນດາກະຊວງ, ຂະແໜງການ, ບັນດາທ່ານເອກອັກຄະລັດຖະທູດ, ຜູ້ຕາງໜ້າບັນດາອົງການຈັດຕັ້ງສາກົນ, ອົງການບໍ່ຂຶ້ນກັບລັດຖະບານຢູ່ຫວຽດນາມ.
ດ້ວຍຫົວເລື່ອງ “ຊຸກຍູ້ການສ້າງໂຄງປະກອບເສດຖະກິດຄືນໃໝ່ ແລະຫລຸດຜ່ອນຄວາມທຸກຍາກ” ນັ້ນ, ກອງປະຊຸມໄດ້ສຸມໃສ່ປຶກສາຫາລືບັນດາບັນຫາກ່ຽວກັບສະພາບການເສດຖະກິດມະຫາພາກຂອງຫວຽດນາມໃນປີ 2011 ແລະກຳນົດທິດພັດທະນາປີ 2012; ບັນດາມາດຕະການສ້າງໂຄງປະກອບເສດຖະກິດຫວຽດນາມຄືນໃໝ່ໃນໄລຍະທີ່ຈະມາເຖິງ…ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນເຕີນຢູງໃຫ້ຮູ້ວ່າ: “ກ້າວເຂົ້າສູ່ປີ 2012 ແລະຊຸມປີຕໍ່ໄປ, ຫວຽດນາມຈະມີຄວາມມານະພະຍາຍາມສູງສຸດ ເພື່ອເສີມຂະຫຍາຍກຳລັງແຮງພາຍໃນຂອງຕົນ ແນໃສ່ນຳພື້ນຖານເສດຖະກິດພັດທະນາຢ່າງໝັ້ນຄົງກ່ວາ. ພວກຂ້າພະເຈົ້າປາດຖະໜາວ່າ ຈະສືບຕໍ່ໄດ້ຮັບການສະໜັບສະໜູນ, ການໜູນຊ່ວຍອັນມີຄ່າ, ມີປະສິດທິຜົນຂອງວົງຄະນາຍາດສາກົນ, ຂອງບັນດານັກອຸປະຖຳ”
ທີ່ກອງປະຊຸມ, ບັນດາຄູ່ຮ່ວມມືພັດທະນາຂອງຫວຽດນາມຄື: ທະນາຄານໂລກ, ກອງທຶນເງິນຕາສາກົນ, ທະນາຄານພັດທະນາອາຊີ…ລ້ວນແຕ່ໃຫ້ຂໍ້ສັງເກດວ່າ: ປີ 2011 ແມ່ນປີຮັບຮູ້ບັນດາຜົນສຳເລັດຂອງລັດຖະບານຫວຽດນາມໃນການບໍລິຫານເສດຖະກິດມະຫາພາກ, ຄວບຄຸມໄພເງິນເຟີ້. ທ່ານ Ayumi Konishi ຜູ້ອຳນວຍການແຫ່ງຊາດ ທະນາຄານພັດທະນາອາຊີ ຫລື ADB ປະຈຳຫວຽດນາມຕີລາຄາວ່າ:“ປີ 2011 ແມ່ນປີຫຍຸ້ງຍາກຂອງເສດຖະກິດທົ່ວໂລກ, ໃນສະພາບການນັ້ນ, ຫວຽດນາມສົມກັບການຕີລາຄາສູງ ຍ້ອນໄດ້ສ້າງບັນດານະໂຍບາຍເສດຖະກິດມະຫາພາກເປົນປົກກະຕິສຳເລັດ. ສິ່ງດັ່ງກ່າວໄດ້ປະກອບສ່ວນຮັກສາຕະຫຼາດເງິນຕາຕ່າງປະເທດ, ການສະສົມເງິນຕາຕ່າງປະເທດ ແລະໄພເງິນເຟີ້ເປັນປົກກະຕິ. ຫວຽດນາມຄວນສືບຕໍ່ຮັກສາ ແລະຮັດແໜ້ນນະໂຍບາຍເສດຖະກິດມະຫາພາກຈົນເຖິງເວລາຮັບປະກັນວ່າ ບັນລຸໄດ້ຄວາມມຸ້ງຫວັງກ່ຽວກັບໄພເງິນເຟີ້ ແລະສ້າງຄວາມໄວ້ເນື້ອເຊື່ອໃຈຂອງຕະຫຼາດຄືນໃໝ່ໄດ້”.