ກອງປະຊຸມກ່ຽວກັບການພົວພັນກັບຕ່າງປະເທດຄັ້ງທີ 17
|
(vovworld)- ພາຍໃຕ້ຫົວຂໍ້“ເສີມຂະຫຍາຍບົດບາດຂອງທ້ອງຖິ່ນໃນໄລຍະຍູ້ແຮງການເຊື່ອມໂຍງເຂົ້າກັບສາກົນ”, ກອງປະຊຸມກ່ຽວກັບການພົວພັນກັບຕ່າງປະເທດຄັ້ງທີ 17 ໄດ້ດຶງດູດຜູ້ເຂົ້າຮ່ວມຂອງຜູ້ແທນກວ່າ 350 ທ່ານ ຊື່ງແມ່ນຜູ້ຕາງຫນ້າການນຳບັນດາແຂວງ, ນະຄອນທີ່ຂຶ້ນກັບສູນກາງ, ກະຊວງ, ຂະແຫນງການສູນກາງ, ຫົວຫນ້າອົງການຜູ້ຕາງຫນ້າຫວຽດນາມ ຢູ່ ຕ່າງປະເທດ ແລະ ພະນັກງານເຮັດວຽກງານພົວພັນກັບຕ່າງປະເທດໃນທົ່ວປະເທດ. ກ່າວຄຳເຫັນໄຂກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບີ່ງມີງ ໄດ້ຕີລາຄາສູງບັນດາການປະກອບສ່ວນຂອງອົງການພົວພັນກັບຕ່າງປະເທດຢູ່ທ້ອງຖິ່ນເຂົ້າໃນຜົນງານລວມຂອງປະເທດຊາດໃນສະພາບປະເທດຊາດພວມກ້າວເຂົ້າສູ່ໄລຍະພັດທະນາໃຫມ່. ທ່ານຮອງນາຍົກລັດຖະມົນຕີ ຟ້າມບີ່ງມີງ ຢືນຢັນວ່າ:
“ໃນ 2 ປີຜ່ານມາ, ບັນດາພະແນກ, ອົງການພົວພັນກັບຕ່າງປະເທດຂອງທ້ອງຖິ່ນໄດ້ຮັບການປັບປຸງ ແລະ ເປີດກວ້າງ, ຖັນແຖວພະນັກງານເຮັດວຽກງານການພົວພັນກັບຕ່າງປະເທດ ມີການເຕິີບໃຫຍ່ໃນຫລາຍດ້ານ ແລະ ພວມກາຍເປັນກຳລັງຫລັກແຫລ່ງໃນການຜັນຂະຫຍາຍບັນດາແຜນນະໂຍບາຍ, ນະໂຍບາຍເພື່ອເພີ່ມທະວີການການຮ່ວມມືເສດຖະກິດ, ການຄ້າ, ການລົງທຶນ, ຊ່ວຍເຫລືອພັດທະນາ, ເພີ່ມທະວີການພົວພັນແລກປ່ຽນປະຊາຊົນ, ວັດທະນະທຳຂອງທ້ອງຖິ່ນກັບບັນດາປະເທດໃນພາກພື້ນ ແລະ ໃນໂລກ.”