(VOVWORLD) ຕອນເຊົ້າວັນທີ 12 ສິງຫາ, ຢູ່ຮ່າໂນ້ຍ, ກອງປະຊຸມຄັ້ງທີ 36 ຂອງຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ຊຸດທີ XIV ໄດ້ໄຂຂຶ້ນ ໂດຍພາຍໃຕ້ການເປັນປະທານຂອງ ທ່ານນາງ ປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ.
ກອງປະຊຸມຄັ້ງທີ 36 ຂອງຄະນະປະຈຳສະພາແຫ່ງຊາດຊຸດທີ XIV (ພາບ: TTXVN)
|
ກ່າວຄໍາເຫັນໄຂກອງປະຊຸມ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໃຫ້ຮູ້ວ່າ ໃນກອງປະຊຸມຄັ້ງນີ້, ຄະນະປະຈໍາສະພາແຫ່ງຊາດ ຈະປະກອບຄໍາເຫັນໃສ່ຮ່າງກົດໝາຍ 5 ສະບັບ ແລະ ຮ່າງມະຕິ 01 ສະບັບ ຂອງ ສະພາແຫ່ງຊາດ; ພິຈາລະຈາຮ່າງມະຕິກ່ຽວກັບການແກ້ໄຂບາງມາດຕາຂອງກົດໝາຍວ່າດ້ວຍຜັງເມືອງ ແລະ ບັນຫາສໍາຄັນຈໍານວນໜຶ່ງອີກດ້ວຍ.
ໃນຕອນເຊົ້າວັນທີ 12 ສິງຫາ, ຄະນະປະຈໍາສະພາແຫ່ງຊາດ ໄດ້ປະກອບຄໍາເຫັນກ່ຽວກັບບາງບັນຫາທີ່ຍັງມີທັດສະນະແຕກຕ່າງກັນຂອງຮ່າງກົດໝາຍສະບັບປັງປຸງ; ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການກວດສອບແຫ່ງລັດ...
ຕອນບ່າຍວັນທີ 12 ສິງຫາ, ຄະນະປະຈໍາສະພາແຫ່ງຊາດໄດ້ປະກອບຄໍາເຫັນກ່ຽວກັບບາງບັນຫາທີ່ຍັງມີທັດສະນະແຕກຕ່າງກັນຂອງຮ່າງກົດໝາຍວ່າດ້ວຍຫຼັກຊັບ (ສະບັບປັບປຸງ) ແລະ ຮ່າງມະຕິຂອງສະພາແຫ່ງຊາດ ກ່ຽວກັບການຍົກເວັ້ນຄ່່າທໍານຽມຂໍອະນຸຍາດໃຫ້ຂຸດຄົ້ນແຮ່ທາດ ແລະ ຂຸດຄົ້ນແຫຼ່ງຊັບພະຍາກອນນໍ້າ. ກອງປະຊຸມຈະດຳເນີນໃນລະຫວ່າງວັນທີ 12 – 16 ສິງຫາ.“