ໄຂກອງປະຊຸມຄັ້ງທີ 4 ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມຊຸດທີ 11

ໄຂກອງປະຊຸມຄັ້ງທີ 4 ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມຊຸດທີ 11 - ảnh 1
ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງກ່າວປາໄສໄຂກອງປະຊຸມ
(ພາບ: http://truongtansang.net)

ຕອນ​ເຊົ້າ​ວັນ​ທີ 26/12, ກອງ​ປະຊຸມ​ຄັ້ງ​ທີ 4 ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກກອມ​ມູນິດ​ຫວຽ​ດນາມ ຊຸດ​ທີ 11 ​ໄດ້ໄຂ​ຂຶ້ນ​ຢູ່​ຮ່າ​ໂນ້ຍ. ທີ່​ກອງ​ປະຊຸມ​ຄັ້ງ​ນີ້, ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ​ໄດ້​ພິຈາລະນາ, ຕົກລົງ​ແຜນ​ຮ່າງ​ທີ່​ຮີບ​ດ່ວນຈຳນວນ​ໜຶ່ງ​ ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ​ໃນ​ສະພາບ​ການ​ປະຈຸ​ບັນ, ປຶກສາ​ຫາລື, ​ປະກອບຄຳ​ເຫັນ​ກ່ຽວ​ກັບ​ແຜນ​ຮ່າງ​ກໍ່ສ້າງ​ລະບົບ​ພື້ນຖານ​ໂຄງ​ລ່າງ​ຢ່າງ​ຄົບ​ຊຸດ, ຮັບ​​ໃຊ້​ໃຫ້​ແກ່​ພາລະກິດ​​ຫັນ​ເປັນ​ປະ​ເທດ​ເປັນ​ອຸດສາຫະກຳ, ທັນ​ສະ​ໄໝ​ໄລຍະ 2011 – 2020…

ກ່າວ​ປາ​ໄສ​ໄຂ​ກອງ​ປະຊຸມ, ທ່ານ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ໋ຈ້ອງ​ຊີ້​ແຈງ​ວ່າ: ກອງ​ປະຊຸມ​ໃຫຍ່​ຄັ້ງທີ່ 11 ຂອງ​ພັກ​ໄດ້​ຮັບຮອງ​ເອົາ​ຍຸດ​ທະ​ສາດພັດທະນາ​ເສດຖະກິດ - ສັງຄົມ​ໄລຍະ 2011 – 2020 ​ໃນ​ນັ້ນ​ກຳນົດ 3 ​ບຸກທະລຸ​ຍຸດ​ທະ​ສາດ ນັ້ນ​ແມ່ນ​ສ້າງ​ສຳ​ເລັດ​ລະບອບ​ເສດຖະກິດການ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມ, ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ ​ແລະ ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ຄົບ​ຊຸດ. ກ່ຽວກັບ​ແຜນ​ຮ່າງ​ຮີບ​ດ່ວນ​ຈຳນວນ​ໜຶ່ງ​ໃນ​ພາລະກິດກໍ່ສ້າງ​ພັກ​ໃນ​ປະຈຸ​ບັນ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ​ຢືນຢັນ​ວ່າ:

“ກົມ​ການ​ເມືອງສະ​ເໜີ​​ໃຫ້​ສູນ​ກາງ ​​ເລືອກ 3 ບັນຫາອັນ​ຮີບ​ດ່ວນ​​ທີ່​ຄວນ​ປະຕິບັດໃນ​ທັນ​ທີ ດ້ວຍ​ຄວາມ​ປາດ​ຖະໜາ​ຢາກ​ບັນລຸ​ໄດ້​ບັນດາ​ໝາກຜົນ​ອັນລະອຽດ, ​ເພື່ອ​ປັບປຸງ​ຄວາມ​​ເຊື່ອ​ໝັ້ນ​ຂອງ​ພະນັກງານ​ສະມາ​ຊິກ​ພັກ ​ແລະ ປະຊາຊົນ. ນັ້ນ​ແມ່ນ,, ຍູ້​ໃຫ້​ຖອຍ​ໄປ ​ແລະ ສະ​ກັດ​ກັ້ນ​ສະພາບ​ການ​ຊຸດ​ໂຊມ​ກ່ຽວ​ກັບ​ຄຸນ​ນະ​ທາດ​ການ​ເມືອງ, ຄຸນສົມບັດ​​ໃນ​ການ​ດຳລົງ​ຊີ​ວິດ​​ຂອງ​ພະນັກງານ​ສະມາຊິກ​ພັກຈຳນວນ​ບໍ່​ໜ້ອຍ, ພິ​ເສດ​ແມ່ນ​ພະນັກງານ​ການ​ນຳ, ບໍລິຫານ​ທຸກ​ຂັ້ນ. ກໍ່ສ້າງ​ພະນັກງານ​ນຳພາ​ບໍລິຫານ, ພິ​ເສດ​ແມ່ນ​ຂັ້ນ​ສູນ​ກາງ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ພາລະກິດ​ຫັນ​ເປັນປະ​ເທດ​ອຸດສາຫະກຳ, ທັນ​ສະ​ໄໝ ​ແລະ ​ເຊື່ອ​ມ​ໂຍງ​ເຂົ້າ​ກັບ​ສາກົນ. ທີ່ 3 ​ແມ່ນ​ຕ້ອງ​ກຳນົດ​ຄວາມ​ຮັບຜິດຊອບ, ສິດ​ອຳນາດ​ຂອງ​ບັນດາ​ຜູ້ນຳ​ໜ້າ​ອຳນາດ​ການປົກຄອງ ​ແລະ ບັນດາ​ການ​ພົວພັນ​ກັບ​ຄະນພັກອົງການ​ຫົວໜ່ວຍ​ຢ່າງ​ຈະ​ແຈ້ງ”.

ຂ່າວ/ບົດ​ອື່ນ