ຕອນເຊົ້າວັນທີ 28/12, ຢູ່ນະຄອນ ໂຮ່ຈີມິນ, ສະມາຄົມພຸດທະສາສະໜາ ຫວຽດນາມ ໄດ້ໄຂກອງປະຊຸມຄັ້ງທີ 5 ຊຸດທີ 6. ປີ 2011 ແມ່ນປີທີ 4 ທີ່ສະມາຄົມພຸດທະສາສະໜາ ຫວຽດນາມ ຜັນຂະຫຍາຍການປະຕິບັດມະຕິກອງປະຊຸມໃຫຍ່ພຸດທະສາສະໜາ ຫວຽດນາມ ທົ່ວປະເທດຄັ້ງທີ 6 (2007-2012). ນີ້ກໍ່ແມ່ນປີທີ່ໄດ້ຮັບການຕີລາຄາສູງຈາກສະມາຄົມພຸດທະສາສະໜາ ຫວຽດນາມ ວ່າ ໄດ້ປະຕິບັດທິດນຳແຫ່ງການເຄື່ອນໄຫວເຊິ່ງໄດ້ວາງອອກຄື: ”ທຳມະ - ປະເທດຊາດ ແລະ ສັງຄົມນິຍົມ” ຢ່າງມີປະສິດທິຜົນ. ພະມະຫາອາຈານ ທິກຕື່ເຍີນ, ຮອງປະທານ ສະພາບໍລິຫານສະມາຄົມພຸດທະສາສະໜາ ຫວຽດນາມ, ໃຫ້ຮູ້ວ່າ:
“ປີ 2012 ແມ່ນປີສິ້ນສຸດອາຍຸການທີ 6 ຂອງສູນກາງສະມາຄົມພຸດທະສາສະໜາ ຫວຽດນາມ. ຈຸດໝາຍເຄື່ອນໄຫວໃນປີນີ້ ແມ່ນເພື່ອແນໃສ່ປະຕິບັດສຳເລັດແຜນການ 3 ປີ, ກ້າວໄປເຖິງກອງປະຊຸມໃຫຍ່ຜູ້ແທນພຸດທະສາສະໜາທົ່ວປະເທດຄັ້ງທີ 7 ເຊິ່ງຖືກຈັດຕັ້ງໃນທ້າຍປີຢູ່ ຮ່າໂນ້ຍ. ນີ້ແມ່ນວຽກງານສາສະໜາທີ່ສຳຄັນ ມີລັກສະນະຕັດສິນຊີ້ຂາດບັນດາການເຄື່ອນໄຫວສາສະໜາ”
ປະຈຸບັນ, ຫວຽດນາມມີ ພະສົງສາມະເນນ 46.500 ອົງ, ມີວັດວາອາຮາມເກືອບ 15.000 ແຫ່ງ ແລະພຸດທະສາສະນີກະຊົນນັບລ້ານຄົນ. ປີ 2012, ສະມາຄົມພຸດທະສາສະໜາ ຫວຽດນາມ ຕັດສິນໃຈເຮັດວຽກງານສາສະໜາເປັນຢ່າງດີ, ສຶກສາພຸດທະສາສະໜາປະຕິບັດນະໂຍບາຍ, ກົດໝາຍຂອງພັກ ແລະ ລັດ, ສະໜັບສະໜູນຂະບວນການໂດຍທ້ອງຖີ່ນປຸກລະດົມ, ພິເສດແມ່ນຂະບວນການສັງຄົນ ແລະ ວຽກງານກຸສົນ.