ທ່ານເລຂາທິການໃຫຍ່ Nguyen Phu Trong ກ່າວປາໄສໄຂກອງປະຊຸມ
(ພາບ: VGP)
(vovworld) - ຕອນເຊົ້າວັນທີ 1/10, ຢູ່ ຮ່າໂນ້ຍ, ກອງປະຊຸມຄັ້ງທີ 6, ຄະນະບໍລິຫານງານສູນກາງພັກຊຸດທີ 11 ໄດ້ໄຂຂຶ້ນ. ກອງປະຊຸມຈະປຶກສາຫາລື ແລະ ປະກອບຄວາມເຫັນກ່ຽວກັບບັນດາບົດລາຍງານ, ແຜນຮ່າງທີ່ກ່ຽວຂ້ອງເຖິງ: ສະພາບເສດຖະກິດ - ສັງຄົມປີ 2012, ແຜນການພັດທະນາເສດຖະກິດ - ສັງຄົມ ແລະ ຮ່າງງົບປະມານແຫ່ງລັດປີ 2013; ສືບຕໍ່ຊັບຊ້ອນ, ປ່ຽນໃໝ່, ຍົກສູງປະສິດທິຜົນລັດວິສາຫະກິດ; ນະໂຍບາຍ, ກົດໝາຍກ່ຽວກັບທີ່ດິນ; ການພັດທະນາວິທະຍາສາດ ແລະ ເຕັກໂນໂລຢີ; ວາງແຜນກຳນົດຄະນະບໍລິຫານງານສູນກາງ, ກົມການເມືອງ, ຄະນະເລຂາ ແລະ ບັນດາຕຳແໜ່ງພະນັກງານການນຳທີ່ຫຼັກແຫຼ່ງຂອງພັກ ແລະ ລັດ; ລາຍງານສຳຫຼວດກວດກາ ຕຳນິຕິຊົມຕົນເອງ ແລະ ຕຳນິຕິຊົມເພື່ອນສະຫາຍຂອງກົມການເມືອງ, ຄະນະເລຂາຕາມເນື້ອໃນຈິດໃຈມະຕິກອງປະຊຸມຄັ້ງທີ 4 ຄະນະບໍລິຫານງານສູນກາງພັກຊຸດທີ 11 ກ່ຽວກັບການກໍ່ສ້າງພັກ ແລະ ບາງບັນຫາສຳຄັນອື່ນໆອີກ.
ໃນບົດປາໄສໄຂກອງປະຊຸມ, ທ່ານເລຂາທິການໃຫຍ່ Nguyen Phu Trong ໄດ້ຍົກອອກ 3 ໝວດບັນຫາທີ່ສູນກາງຄວນສຸມໃສ່ປຶກສາຫາລືທີ່ກອງປະຊຸມຄັ້ງນີ້ ເຊິ່ງກ່ຽວຂ້ອງເຖິງຂົງເຂດເສດຖະກິດ - ສັງຄົມ; ການພັດທະນາການສຶກສາ, ບຳລຸງສ້າງ, ວິທະຍາສາດ - ເຕັກໂນໂລຢີ ແລະ ການກໍ່ສ້າງພັກ.
ກ່ຽວກັບສະພາບເສດຖະກິດ - ສັງຄົມ, ທ່ານເລຂາທິການໃຫຍ່ Nguyen Phu Trong ສະເໜີຕ້ອງພິຈາລະນາສະພາບການເສດຖະກິດ - ສັງຄົມປີ 2012 ແລະ ທິດທາງແຜນການພັດທະນາເສດຖະກິດ - ສັງຄົມປີ 2013 ຕ້ອງວາງອອກໃນສະຖານະການທົ່ວປະເທດພວມປະຕິບັດການປ່ຽນໃໝ່ຮູບແບບເຕີບໂຕ, ສ້າງໂຄງປະກອບເສດຖະກິດຕາມເນື້ອໃນຈິດໃຈມະຕິກອງປະຊຸມໃຫຍ່ຊຸດທີ 11 ຂອງພັກ ແລະ ບັນດາມະຕິຂອງສູນກາງ ດ້ວຍຈຸດສຸມແມ່ນສ້າງໂຄງປະກອບການລົງທຶນຂອງລັດ, ລັດວິສາຫະກິດ ແລະ ລະບົບທະນາຄານການຄ້າຄືນໃໝ່. ດັ່ງນັ້ນສູນກາງຄວນສຸມໃສ່ປຶກສາຫາລື, ໄຈ້ແຍກຈຸດພິເສດຂອງປີ 2012 ຢ່າງລະອຽດ
”ບົນພື້ນຖານຕີລາຄາສະພາບການຢ່າງຖືກຕ້ອງ, ຄວນກຳນົດບັນດາທັດສະນາພັດທະນາ, ແນວຄິດຊີ້ນຳ, ຈຸດໝາຍສັງລວມ ແລະ ມາດຕະຖານທີ່ເປັນພື້ນຖານ, ສຳຄັນທີ່ສຸດໃນປີ 2013. ໃນຕໍ່ໜ້າ, ພວກເຮົາຍັງຄົງເອົາໃຈໃສ່ເຖິງວຽກງານຄວບຄຸມໄພເງິນເຟີ້, ແຕ່ຕ້ອງສຸມໃສ່ໃຫ້ບຸລິມະສິດແກ່ການຮັກສາເສດຖະກິດມະຫາພາກເປັນປົກກະຕິ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ພັດທະນາການຜະລິດ ດຳເນີນທຸລະກິດ, ສ້າງທ່າເຕີບໂຕຄືນໃໝ່ ແລະ ຮັບປະກັນຊີວິດສັງຄົມຕິດພັນກັບການປ່ຽນໃໝ່ຮູບແບບເຕີບໂຕ, ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ສ້າງປະຖົມປັດໃຈຢ່າງໝັ້ນຄົງເພື່ອສ້າງລະດັບເຕີບໂຕສູງກວ່າໃນຊຸມປີທ້າຍຂອງແຜນການ 5 ປີ”
ກ່ຽວກັບການພັດທະນາການສຶກສາ, ບຳລຸງສ້າງວິທະຍາສາດ - ເຕັກໂນໂລຢີ, ທ່ານເລຂາທິການໃຫຍ່ Nguyen Phu Trong ຢືນຢັນວ່າ ນີ້ແມ່ນບັນດາບັນຫາສຳຄັນພິເສດ, ໄດ້ຮັບຖືວ່າແມ່ນລັດຖະນະໂຍບາຍອັນດັບໜຶ່ງ, ແມ່ນກຳລັງໜູນໃນການພັດທະນາເສດຖະກິດ - ສັງຄົມ. ບົນພື້ນຖານນັ້ນ, ປ່ຽນໃໝ່ເນື້ອໃນ, ວິທີການສິດສອນ ແລະ ຮຳ່ຮຽນ; ປ່ຽນໃໝ່ລະບົບການສຶກສາ - ບຳລຸງສ້າງ ແລະ ຄົ້ນຄ້ວາ; ຜັນຂະຫຍາຍວິທະຍາສາດ - ເຕັກໂນໂລຢີ.
ກ່ຽວກັບວຽກງານກໍ່ສ້າງພັກ, ທ່ານເລຂາທິການໃຫຍ່ Nguyen Phu Trong ໄດ້ແຈ້ງໃຫ້ຊາບວ່າ ປະຈຸບັນທົ່ວພັກພວມສຸມໃສ່ຜັນຂະຫຍາຍການປະຕິບັດມະຕິສູນກາງທີ 4 ”ບາງບັນຫາອັນຮີບດ່ວນກ່ຽວກັບການກໍ່ສ້າງພັກໃນປະຈຸບັນ” ຢ່າງຕັ້ງໜ້າຕາມແຜນການ ແລະ ຂັ້ນຕອນທີ່ໄດ້ວາງອອກ. ທີ່ກອງປະຊຸມນີ້, ກົມການເມືອງຈະລາຍງານຜົນງານໃນເບື້ອງຕົ້ນເພື່ອໃຫ້ສູນກາງປະກອບຄວາມເຫັນ. ກ່ຽວກັບເນື້ອໃນຂອງວຽກງານວາງແຜນກຳນົດພະນັກງານ. ທ່ານເລຂາທິການໃຫຍ່ Nguyen Phu Trong ຢືນຢັນວ່າ:
”ກ່ຽວກັບເນື້ອໃນວຽກງານວາງແຜນກຳນົດຄະນະບໍລິຫານງານສູນກາງ, ກົມການເມືອງ, ຄະນະເລຂາ ແລະ ບັນດາຕຳແໜ່ງພະນັກງານການນຳຫຼັກແຫຼ່ງຂອງພັກ ແລະ ລັດ, ລວມມີ: ຄວາມຮຽກຮ້ອງຕ້ອງການ, ມາດຕະຖານສຳຫຼັບແຕ່ລະຕຳແໜ່ງ, ອາຍຸນຳເຂົ້າແຜນກຳນົດ; ຈຳນວນ, ໂຄງປະກອບຂອງແຜນກຳນົດ; ເປົ້າໝາຍ ແລະ ເງື່ອນໄຂເລືອກເຟັ້ນພະນັກງານນຳເຂົ້າແຜນກຳນົດ… ພາຍຫຼັງສູນກາງເຫັນດີເປັນເອກະພາບຕໍ່ບັນດາບັນຫາສຳຄັນນີ້ ແລະ ຄະນະບໍລິຫານງານສູນກາງປະກາດໃຊ້ມະຕິ, ກົມການເມືອງຈະຊີ້ນຳການສ້າງແຜນກຳນົດຄະນະບໍລິຫານງານສູນກາງ, ກົມການເມືອງ, ຄະນະເລຂາ ແລະ ບັນດາຕຳແໜ່ງພະນັກງານການນຳຫຼັກແຫຼ່ງຂອງພັກ ແລະ ລັດ ອາຍຸການ 2016 – 2021 ແລະ ບັນດາອາຍຸການຕໍ່ໆໄປໂດຍລະອຽດ”
ກອງປະຊຸມຄັ້ງທີ 6, ຄະນະບໍລິຫານງານສູນກາງພັກຊຸດທີ 11 ຄາດວ່າຈະເຮັດວຽກເຖິງວັນທີ 15/10.