(vovworld) – ວັນທີ 23/7, ທີ່ນະຄອນຫຼວງ ບຣຸກແຊນ, ປະເທດແບນຊິກ, ໄດ້ຈັດຕັ້ງກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ - ສະຫະພາບເອີລົບຄັ້ງທີ 20 ດ້ວຍຫຼາຍເນື້ອໃນປຶກສາຫາລືທີ່ສຳຄັນ. ຄະນະຜູ້ແທນຫວຽດນາມໂດຍທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ນຳໜ້າ, ເຂົ້າຮ່ວມກອງປະຊຸມ. ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ - ສະຫະພາບເອີລົບຄັ້ງທີ 20 ຖືກຈັດຕັ້ງຂຶ້ນໃນສະພາບທັງ ເອີລົບ ແລະ ພາກພື້ນອາຊີຕາເວັນອອກສ່ຽງໃຕ້ມີການຜັນແປຫຼາຍຢ່າງ. ພິເສດ, ບັນດາຄວາມເຄັ່ງຕຶງຢູ່ທະເລຕາເວັນອອກ ແລະ ອຸບັດຕິເຫດເຮືອບິນຕົກຂອງ ມາເລເຊຍ ໃນເຂດປະທະກັນຢູ່ ຢູແກຼນ ຈະແມ່ນ 2 ບັນຫາໃຫຍ່ເຊິ່ງບັນດາການນຳ ອີຢູ ແລະ ອາຊຽນ ສຸມໃສ່ປຶກສາຫາລື. ກ່ອນທີ່ຈັດຕັ້ງກອງປະຊຸມ, ບັນດານັກຊ່ຽວຊານອັນດັບໜຶ່ງຂອງ ອີຢູ ໄດ້ຍົກອອກຫຼາຍຄຳເຫັນຮຽກຮ້ອງຊຸກຍູ້ການພົວພັນກັບ ອາຊຽນ - ຮູບແບບການຮ່ວມມືເຊິ່ງເຂົາເຈົ້າຖືວ່າແມ່ນບັນລຸຜົນສຳເລັດທີ່ສຸດຢູ່ ອາຊີ. ເລື່ອງຊຸກຍູ້ການພົວພັນ ແລະ ການມີໜ້າຢູ່ ອາຊີຕາເວັນອອກ ບໍ່ພຽງແຕ່ຊ່ວຍປົກປັກຮັກສາຜົນປະໂຫຍດດ້ານເສດຖະກິດ - ການຄ້າຂອງ ອີຢູ ເທົ່ານັ້ນ ຫາກຍັງຊຸກຍູ້ທີ່ຕັ້ງໃຫ້ ອີຢູ ໃນພາກພື້ນທີ່ມີຄວາມສຳຄັນດ້ານພຸມສາດ, ການເມືອງຢູ່ ອາຊີ.