ໄຂກອງປະຊຸມລັດຖະມົນຕີບັນດາປະເທດເຈລະຈາTPPຢູ່ອາເມລິກາ
(ພາບປະກອບ)
(vovworld) – ວັນທີ 30/09, ກອງປະຊຸມລັດຖະມົນຕີການຄ້າບັນດາປະເທດເຂົ້າຮ່ວມການເຈລະຈາສັນຍາຄູ່ຮ່ວມມືຂ້າມປາຊີຟິກ (TPP) ໄຂຂຶ້ນຢູ່ນະຄອນ Atlanta, ທາງທິດຕາເວັນອອກສ່ຽງໃຕ້ອາເມລິກາ, ແນໃສ່ມານະພະຍາຍາມບັນລຸໄດ້ຂໍ້ຕົກລົງທີ່ກ່ຽວຂ້ອງເຖິງສັນຍາການຄ້າເສລີໃຫຍ່ກວ່າໝູ່ໃນໂລກນີ້. ຈຸດສຸມໂຄງການດຳເນີນງານຂອງກອງປະຊຸມ ທີ່ແກ່ຍາວມາເປັນເວລາ 2 ວັນ, ແມ່ນຊອກຫາວິທີຮັດແຄບບັນດາຄວາມບໍ່ລົງລອຍກັນໃນຫຼາຍບັນຫາຫຼັກແຫຼ່ງ ທີ່ເຄີຍເຮັດໃຫ້ຮອບເຈລະຈາຂັ້ນລັດຖະມົນຕີໃໝ່ສຸດ ທີ່ດຳເນີນເມື່ອທ້າຍເດືອນ 07 ຜ່ານມາຢູ່ Hawaii ບໍ່ບັນລຸໄດ້ຂໍ້ຕົກລົງສຸດທ້າຍ. ຄາດວ່າ, ເມື່ອໄດ້ຮັບການລົງນາມ TPP ຈະກາຍເປັນເຂດການຄ້າເສລີ ດ້ວຍພົນລະເມືອງ 800 ລ້ານຄົນ, ກວມເອົາ 30% ຂອງວົງເງິນການຄ້າທົ່ວໂລກ ແລະ ເກືອບ 40 % ຂອງປະລິມານເສດຖະກິດໂລກ.