ໄຂກອງປະຊຸມສຸດຍອດ EU

ໄຂກອງປະຊຸມສຸດຍອດ EU - ảnh 1
ພາບປະກອບ

(vovworld) - ຕອນຄ່ຳວັນທີ 23/5, ບັນດາການນຳສະຫະພາບເອີລົບ ໄດ້ເລີ່ມຕົ້ນດຳເນີນກອງປະຊຸມຢູ່ ບຣຸກແຊນ ປະເທດ ແບນຊິກ ໃນກອງປະຊຸມສຸດຍອດ ບໍ່ເປັນທາງການ ເພື່ອແນໃສ່ພິຈາລະນາເພີ່ມພະລັງຊີວິດໃຫ້ແກ່ພື້ນຖານເສດຖະກິດ ເອີລົບ. ນີແມ່ນກອງປະຊຸມຄັ້ງທີ 13 ຂອງ EU ສຸມໃສ່ປຶກສາຫາລື ກ່ຽວກັບວິກິດການເສດຖະກິດ ນັບແຕ່ເມື່ອວິກິດການໜີ້ສິນພວມເກີດຂຶ້ນຢູ່ພາກພື້ນ ນຳໃຊ້ສະກຸນເງິນລວມ (ຫຼື Eurozone), ແລະ ແມ່ນກອງປະຊຸມສຸດຍອດ EU ທຳອິດ ເຊິ່ງ ຝຣັ່ງ ແລະ ເຢຍລະມັນສະເໜີບັນດາມາດຕະການຕ່າງໆ. ນອກຈາກບັນຫາ ອອກພັນທະບັດລວມ (ຫຼື eurobond), ບັນດາການນຳ EU ຈະປຶກສາຫາລື ບັນດາຂໍ້ລິເລີ່ມເພື່ອແນໃສ່ແກ້ໄຂວິກິດການໜີ້ສິນຢ່າງມີປະສິດທິຜົນກ່ວາ ແລະ ກະຕຸ້ນ​​ ພື້ນຖານເສດຖະກິດຢູ່ ເອີລົບ, ສົ່ງເສີມການເຕີບໂຕ ແລະ ສ້າງວຽກເຮັດງານທ ຳໃນທົ່ວພາກພື້ນ EU, ເພີ່ມທະວີບົດບາດຂອງທະນາຄານລົງທຶນເອີລົບ, ເປີດກ້ວາງ ຕະຫຼາດພາຍໃນກຸ່ມ.

ຂ່າວ/ບົດ​ອື່ນ