ໄຂກອງປະຊຸມສຸດຍອດ ບັນດາການນຳ ອາເມລິກາເໜືອ
ໄຂກອງປະຊຸມສຸດຍອດບັນດາການນຳອາເມລິກາເໜືອ
(ພາບ: Reuters)
(vovworld) - ຕອນເຊົ້າວັນທີ 20/02, ຕາມເວລາຫວຽດນາມ, ຢູ່ນະຄອນ Toluca, ປະເທດ ເມັກຊີໂກ ໄດ້ໄຂກອງປະຊຸມສຸດຍອດຄັ້ງທີ 7 ບັນດາການນຳອາເມລິກາເໜືອ ດ້ວຍການເຂົ້າຮ່ວມຂອງທ່ານປະທານນາທິບໍດີປະເທດເຈົ້າພາບ Enrique Pena Nieto, ທ່ານປະທານາທິບໍດີອາເມລິກາ Barack Obama ແລະ ທ່ານນາຍົກລັດຖະມົນຕີ ກາລາດາ Harper.
ຫົວເລື່ອງຕົ້ນຕໍ່ຂອງກອງປະຊຸມແມ່ນສຸມໃສ່ຂົງເຂດເສດຖະກິດ - ການຄ້າ, ພິເສດແມ່ນການຮ່ວມມືດ້ານພະລັງງານ, ເພື່ອຊອກຫາວີທີການຮ່ວມມືໃໝ່ ພາຍຫຼັງໄລຍະ 20 ປີແຫ່ງວັນເຊັນສົນທິສັນຍາ ແລະ ປະຕິບັດສັນຍາການຄ້າເສລີອາເມລິກາເໜືອ. ຄຽງຂ້າງນັ້ນ, ບັນດາການນຳກໍ່ຈະຕ້ອງປະເຊີນໜ້າກັບບາງບັນຫາຫຍຸ້ງຍາກທີ່ກ່ຽວຂ້ອງເຖິງໂຄງການກໍ່ສ້າງທໍ່ສົ່ງນ້ຳມັນ Ketstone XL, ເລື່ອງຮັບຮອງເອົາການປະຕິຮູບກ່ຽວກັບການຢູ່ອາໄສຢ່າງຮອບດ້ານລະຫວ່າງອາເມລິກາ ແລະ ເມັກຊີໂກ...