(ພາບປະກອບ)
(vovworld) – ວັນທີ 4/6, ຢູ່ນະຄອນໂຮ່ຈີມິນ, ມະຫາວິທະຍາໄລຕົນດຶກທັ໋ງ ໄດ້ໄຂກອງປະຊຸມສຳມະນາສາກົນດ້ານເສດຖະກິດ ແລະ ການເງິນ 2015 ດ້ວຍການເຂົ້າຮ່ວມຂອງບັນດານັກຊ່ຽວຊານອັນດັບໜຶ່ງ, ນັກຮຽນຮູ້, ນັກທຸລະກິດ, ນັກຄົ້ນຄ້ວາຢູ່ບັນດາມະຫາວິທະຍາໄລ, ສະຖາບັນຄົ້ນຄວ້າພາຍໃນ ແລະ ຕ່າງປະເທດ. ທີ່ກອງປະຊຸມສຳມະນາ, ບັນດານັກວິທະຍາສາດ, ນັກຊ່ຽວຊານອັນດັບໜຶ່ງໃນຂົງເຂດການເງິນ, ເສດຖະກິດພາຍໃນ ແລະ ຕ່າງປະເທດໄດ້ໄຈ້ແຍກຂໍ້ມູນ ແລະ ແບ່ງປັນບັນດາໝາກຜົນແຫ່ງການຄົ້ນຄວ້າທິດສະດີ ແລະ ພຶດຕິກຳຕົວຈິງໃນບັນດາຂົງເຂດບໍລິຫານການຕະຫຼາດ, ດຳເນີນທຸລະກິດສາກົນ, ບໍລິຫານການທ່ອງທ່ຽວ, ເສດຖະກິດ, ການເງິນ ແລະ ບັນຊີ…, ພ້ອມທັງແລກປ່ຽນບົດຮຽນວາງແຜນກຳນົດ ແລະ ພັດທະນານະໂຍບາຍພັດທະນາເສດຖະກິດ, ແກ້ໄຂວິກິດການ. ຫວັງວ່າ, ກອງປະຊຸມສຳມະນາຈະກາຍເປັນຂົວຕໍ່ລະຫວ່າງບັນດາມະຫາວິທະຍາໄລ, ວິສາຫະກິດຫວຽດນາມ ກັບບັນດາມະຫາວິທະຍາໄລ, ນັກຄົ້ນຄວ້າໃນທົ່ວໂລກ, ເພື່ອມຸ່ງໄປເຖິງຈຸດໝາຍຈີນຕະນາການຄຸ້ມຄອງໃໝ່, ໝູນໃຊ້ເຂົ້າໃນການເຄື່ອນໄຫວບໍລິການ ແລະ ຄຸ້ມຄອງວິສາຫະກິດຢ່າງມີປິສິດທິຜົນກ່ວາ.