ໄຂກອງປະຊຸມສຳມະນາເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ
ພາບປະກອບຈາກອີນເຕີເນັດ
(vovworld) - ກອງປະຊຸມສຳມະນາຄັ້ງທີ 3 ຂອງເວທີປາໄສຮ່ວມມືເສດຖະກິດອາຊີ - ປາຊີຟິກ ກ່ຽວກັບຄວາມປອດໄພສິນຄ້າທາງອາກາດ ໄດ້ຖືກຈັດຂຶ້ນໃນວັນທີ 19/4, ຢູ່ນະຄອນ ໂຮ່ຈີມິນ. ເຂົ້າຮ່ວມກອງປະຊຸມສຳມະນາມີຜູ້ແທນ 100 ຄົນທີ່ຕາງໜ້າໃຫ້ແກ່ບັນດາພື້ນຖານເສດຖະກິດສະມາຊິກ Apec, ອົງການການບິນພົນລະເຮືອນສາກົນ ICAO, ສະຫະສະມາຄົມຂົນສົ່ງທາງອາກາດສາກົນ (ຫຼື IATA)... ຢູ່ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ປຶກສາຫາລືຫຼາຍເນື້ອໃນສຳຄັນຄື: ການສ້າງນະໂຍບາຍ ແລະ ນຳໃຊ້ບັນດາໂຄງການຮັບປະກັບຄວາມປອດໄພສິນຄ້າທາງອາກາດ... ກອງປະຊຸມສຳມະນາກໍຮັບຮອງເອົາບົດລາຍງານລວມ ດ້ວຍຫຼາຍຂໍ້ສະເໜີທີ່ສຳຄັນ ເພື່ອຍືນສະເໜີຕໍ່ກອງປະຊຸມບັນດາເຈົ້າໜ້າທີ່ຂັ້ນສູງ APEC ຄັ້ງທີ 2 ຊຶ່ງຈະດຳເນີນໄປຢູ່ສະຫະພັນລັດເຊຍໃນເດືອນ 5/2012. ທ່ານ Nguyen Ngoc Son, ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ, ສະມາຊິກຄະນະຈັດຕັ້ງໃຫ້ຮູ້ວ່າ:
“ຫວຽດນາມພວມຜັນຂະຫຍາຍການເຊື່ອມໂຍງເຂົ້າກັບສາກົນຢ່າງແຮງ, ຖືເປັນສຳຄັນບັນດາກົນໄກເຊື່ອມໂຍງໃນ APEC. ຫວຽດນາມ ໄດ້ ແລະ ຈະເຂົ້າຮ່ວມບັນດາໂຄງການຮ່ວມມືໃນພາກພື້ນ ເພື່ອແນໃສ່ເພີ່ມທະວີການຮ່ວມສຳພັນ ແລະ ເຊື່ອມໂຍງດ້ານເສດຖະກິດ, ສ້າງສະພາບແວດລ້ອມທີ່ປອດໄພ ແລະ ສະດວກສະບາຍໃຫ້ແກ່ດ້ານການຄ້າ ແລະ ການລົງທຶນ. ຄວາມປອດໄພທາງອາກາດ ແມ່ນຂົງເຂດທີ່ຫວຽດນາມ ເອົາໃຈໃສ່ ແລະ ຮ່ວມມືຢ່າງຕັ້ງໜ້າໃນຂອບເຂດ 2 ຝ່າຍ ແລະ ຫຼາຍຝ່າຍ. ພວກຂ້າພະເຈົ້າໄດ້ຜັນຂະຫຍາຍຫຼາຍນະໂຍບາຍ ແລະ ມາດຕະການ ເພື່ອແນໃສ່ຫັນເປັນທັນສະໄໝ, ຍົກສູງຄຸນນະພາບການຄຸ້ມຄອງ ແລະ ບໍລິຫານໃນການບິນພົນລະເຮືອນ, ຮັບປະກັນຄວາມປອດໄພ, ຜັນຂະຫຍາຍທຸກໆຄວາມມານະພະຍາຍາມ ເພື່ອໃຫ້ບັນດາທ່າອາກາດສະຍານຂອງຫວຽດນາມກາຍເປັນບັນດາຈຸດຜ່ານໃນພາກພື້ນໃນໄລຍະຈະມາເຖິງ.”