ໄຂກອງປະຊຸມໂອ້ລົມສົນທະນາກາລະໂອກາດດຳເນີນທຸລະກິດ ຈີນ - ອາຊຽນ

(VOVWORLD) - ຕອນບ່າຍວັນທີ 26 ກໍລະກົດ, ທີ່ນະຄອນຫລວງ ປັກກິງ, ປະເທດ ຈີນ, ສະພາວິສາຫະກິດ ຈີນ - ອາຊຽນ (CABC) ໄດ້ຈັດຕັ້ງ “ກອງປະຊຸມໂອ້ລົມສົນທະນາກ່ຽວກັບກາລະໂອກາດດຳເນີນທຸລະກິດ ຈີນ - ອາຊຽນ”
ໄຂກອງປະຊຸມໂອ້ລົມສົນທະນາກາລະໂອກາດດຳເນີນທຸລະກິດ ຈີນ - ອາຊຽນ - ảnh 1 ໄຂກອງປະຊຸມໂອ້ລົມສົນທະນາກາລະໂອກາດດຳເນີນທຸລະກິດ ຈີນ - ອາຊຽນ (ພາບ: ຫວຽດນາມ+)

ດ້ວຍການເຂົ້າຮ່ວມຂອງຜູ້ແທນທີ່ມາຈາກ ຈີນ ແລະ ອາຊຽນ 300 ທ່ານ, ໃນນັ້ນ ລວມມີບັນດາວິສາຫະກິດ, ເຈົ້າໜ້າທີ່ການທູດ ແລະ ການຄ້າມາຈາກຫລາຍປະເທດ. ບັນດາຜູ້ແທນໄດ້ສະເໜີຄຳຄິດເຫັນ ແລະ ປຶກສາຫາລືຢູ່ກອງປະຊຸມດ້ວຍຫົວຂໍ້ວ່າ “ຮັບມືກັບການປ່ຽນແປງ, ຮ່ວມແຮງຮ່ວມໃຈພັດທະນາ”.

        ທີ່ກອງປະຊຸມບັນດາທູດ ອາຊຽນ ກໍ່ໄດ້ດຳເນີນການແນະນຳກ່ຽວກັບສະພາບການຜະລິດເສດຖະກິດຂອງແຕ່ລະປະເທດ ແລະ ບັນດານະໂຍບາຍທີ່ກ່ຽວຂ້ອງ ແລະ  ພ້ອມກັບບັນດາຜູ້ແທນ ຈີນ ແບ່ງປັນກາລະໂອກາດດຳເນີນທຸລະກິດທີ່ພວມຮັບເອົາ.

        ທ້າຍກອງປະຊຸມບັນດາຜູ້ແທນ ຈີນ ແລະ ອາຊຽນ ໄດ້ຍົກອອກ “ຂໍ້ສະເໜີ ປັກກິ່ງ” ແລະ ລົງນາມໃນບົດບັນທຶກຊ່ວຍຈຳການຮ່ວມມື, ໃນນັ້ນ ເນັ້ນໜັກເຖິງເລືື່ອງຕັ້ງໜ້າເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານໃນບັນດາຂົງເຂດຄື: ເສດຖະກິດ, ການຄ້າ, ການເງິນ, ການລົງທຶນ…

ຕອບກັບ

ຂ່າວ/ບົດ​ອື່ນ