ໄຂງານຕະຫຼາດນັດການຄ້າຫວຽດນາມ - ກຳປູເຈຍ 2013
ໄຂງານຕະຫຼາດນັດການຄ້າຫວຽດນາມ - ກຳປູເຈຍ 2013
(ພາບ: tienphong.vn)
(vovworld) - ນີ້ແມ່ນການເຄື່ອນໄຫວເຊິ່ງນອນໃນໂຄງການສົ່ງເສີມການຄ້າແຫ່ງຊາດປີ 2013 ຂອງລັດຖະບານຫວຽດນາມ ເພື່ອແນໃສ່ໜູນຊ່ວຍບັນດາວິສາຫະກິດຫວຽດນາມ ຍູ້ແຮງການສົ່ງອອກບັນດາຜະລິດຕະພັນ, ການບໍລິການເຂົ້າຕະຫຼາດກຳປູ້ເຈຍ ແລະ ບັນດາປະເທດອາຊຽນ. ງານຕະຫຼາດນັດໄດ້ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາວິສາຫະກິດ 2 ປະເທດ ເພີ່ມທະວີການສົ່ງເສີມດ້ານການຄ້າ, ການລົງທຶນ, ຊຸກຍູ້ການຮ່ວມມືດຳເນີນທຸລະກິດ. ດ້ວຍຫົວຂໍ້ວ່າ “ມິດຕະພາບ, ຮ່ວມມື ແລະ ພັດທະນາ”, ງານຕະຫຼາດນັດປີ 2013 ນີ້ ໄດ້ມີຮ້ານວາງສະແດງສິນຄ້າເກືອບ 300 ຮ້ານຂອງວິສາຫະກິດກວ່າ 150 ແຫ່ງທີ່ແນະນຳບັນດາຜະລິດຕະພັນ, ສິນຄ້າທີ່ມີຄຸນນະພາບ ໃນທຸກຂົງເຂດຄື: ອຸດສາຫະກຳ, ກະສິກຳ, ກົນຈັກ, ການບໍລິການ...