ໄຂງານພົບປະແລກປ່ຽນເຍົາວະຊົນ ຫວຽດນາມ - ລາວ - ກຳປູເຈຍ
ງານພົບປະແລກປ່ຽນເຍົາວະຊົນ ຫວຽດນາມ - ລາວ - ກຳປູເຈຍ
(ພາບ: tuoitre.vn)
(vovworld) – ຕອນເຊົ້າວັນທີ 28/07, ມີຜູ້ແທນກວ່າ 200 ຄົນ ເຊິ່ງເປັນເຍົາວະຊົນຂອງ 3 ປະເທດຫວຽດນາມ, ລາວ, ກຳປູເຈຍ ໄດ້ເຂົ້າຮ່ວມງານພົບປະແລກປ່ຽນເຍົາວະຊົນ 3 ປະເທດຫວຽດນາມ, ລາວ, ກຳປູເຈຍ ຄັ້ງທີ 3. ງານພົບປະແລກປ່ຽນເຍົາວະຊົນຄັ້ງນີ້ດຳເນີນໄປເປັນເວລາ 5 ວັນ ແຕ່ວັນທີ 31/07. ນີ້ແມ່ນງານພົບປະແລກປ່ຽນທີ່ແທດຈິງ, ທັງເປັນແຫ່ງເພື່ອໃຫ້ພວກເຍົາວະຊົນ ສາມາດຊອກຮູ້ວັດທະນະທຳຂອງບັນດາປະເທດ, ທັງສຶກສາໃຫ້ເຍົາວະຊົນມີຄວາມເຂົ້າໃຈ, ຮັກສານ້ຳໃຈສາມັກຄີລະຫວ່າງ 3 ປະເທດ. ທີ່ພິທີໄຂ, ເຍົາວະຊົນ 3 ປະເທດ ພ້ອມກັນຖະຫວາຍທູບທຽນ, ດອກໄມ້ຢູ່ອະນຸສາວະລີປະທານໂຮ່ຈິມິນ ໃນຫໍພິພິດຕະພັນໂຮ່ຈິມິນ…