ໄຂງານວາງສະແດງວິຈິດສິນ “ເຊືຶ່ອມຕໍ່ກັບ ຫາຍເວີນກວານ”

(VOVWORLD) -ຕອນບ່າຍວັນທີ 26 ເມສາ, ຢູ່ຫໍພິພິທະພັນວິຈິດສິນດ່ານັ້ງ, ສະມາຄົມວິຈິດສິນ ນະຄອນດ່ານັ້ງ ໄດ້ສົມທົບກັບສະມາຄົມວິຈິດສິນແຂວງ ເທື່ອທຽນ - ເຫ້ວ ແລະ ບັນດາຫົວໜ່ວຍທີ່ກ່ຽວຂ້ອງ ໄຂງານວາງສະແດງວິຈິດສິນ ດ້ວຍຫົວຂໍ້ວ່າ “ເຊື່ອມຕໍ່ກັບ ຫາຍເວີນກວານ”.

ໄຂງານວາງສະແດງວິຈິດສິນ “ເຊືຶ່ອມຕໍ່ກັບ ຫາຍເວີນກວານ” - ảnh 1ງານວາງສະແດງວິຈິດສິນ “ເຊືຶ່ອມຕໍ່ກັບ ຫາຍເວີນກວານ”

(ພາບ: nhandan.com.vn)

ນີ້ແມ່ນການເຄື່ອນໄຫວຂ່ຳນັບຮັບຕ້ອນສະເຫຼີມສະຫຼອງ 43 ປີແຫ່ງວັນປົດປ່ອຍພາກໃຕ້ຫວຽດນາມ ໂຮມປະເທດເປັນເອກະພາບ (30 ເມສາ 1975 – 30 ເມສາ 2018) ແລະ ສະເຫຼີມສະຫຼອງ 1 ປີແຫ່ງເຂດປູຊະນີຍະສະຖານ ຫາຍເວີນກວານ ຕັ້ງຢູ່ຈອມ ຫາຍເວີນ ຕິດກັບຊາຍແດນລະຫວ່າງນະຄອນດ່ານັ້ງ ແລະ ແຂວງ ເທື່ອທຽນເຫ້ວ ໄດ້ຮັບການຮັບຮອງວ່າແມ່ນເຂດປູຊະນີຍະສະຖານປະຫວັດສາດ ແລະ ສະຖາປັດຕະຍາກຳສິລະປະດັບຊາດ.

      ງານວາງສະແດງໄດ້ວາງສະແດງ, ແນະນຳເຖິງມວນຊົນພາບຖ່າຍ 50 ແຜ່ນ ແລະ ພາບແຕ້ມ 15 ແຜ່ນ ກ່ຽວກັບຫົວຂໍ້ເຂດປູຊະນີຍະສະຖານ ຫາຍເວີນກວານ, ໂດຍບັນດານັກຈິດຕະກອນທີ່ມີຊື່ສຽງຂອງດ່ານັ້ງ ແລະ ເທື່ອທຽນເຫ້ວ ປະຕິບັດ. ງານວາງສະແດງຈະເປີດປະຕູຮອດວັນທີ 16 ພຶດສະພາຈຶ່ງຈະອັດລົງ.

ຕອບກັບ

ຂ່າວ/ບົດ​ອື່ນ