ໄຂງານວາງສະແດງຫົວເລື່ອງ “90 ປີ - ຄັນທຸງມະຫາສາມັກຄີທົ່ວປວງຊົນທັງຊາດ”

(VOVWORLD) - ຕອນເຊົ້າວັນທີ 15 ພະຈິກ ຫໍພິພິທະພັນ ໂຮ່ຈີມິນ ໄດ້ສົມທົບກັບກົມສຳເນົາເອກະສານ ຫ້ອງວ່າການສູນກາງພັກ, ຫໍພິພິທະພັນປະຫວັດສາດແຫ່ງຊາດ, ຄະນະໂຄສະນາສະນາສຶກສາ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຈັດພິທີໄຂງານວາງສະແດງຫົວເລື່ອງ “90 ປີ - ຄັນທຸງມະຫາສະມັກທົ່ວປວງຊົນທັງຊາດ”
ໄຂງານວາງສະແດງຫົວເລື່ອງ “90 ປີ - ຄັນທຸງມະຫາສາມັກຄີທົ່ວປວງຊົນທັງຊາດ” - ảnh 1 ພິທີໄຂງານວາງສະແດງຫົວເລື່ອງ “90 ປີ - ຄັນທຸງມະຫາສະມັກທົ່ວປວງຊົນທັງຊາດ”

ເນື່ອງໃນໂອກາດສະເຫຼີມສະຫຼອງ 90 ປີ ແຫ່ງວັນສ້າງຕັ້ງແນວໂຮມເອກະພາບແຫ່ງຊາດ ຫວຽດນາມ - ວັນມູນເຊື້ອຂອງແນວໂຮມປະເທດຊາດ ຫວຽດນາມ (ວັນທີ 18 ພະຈິກ ປີ 1930 - ວັນທີ 18 ພະຈິກ ປີ 2020) ຕອນເຊົ້າວັນທີ 15 ພະຈິກ ຫໍພິພິທະພັນ ໂຮ່ຈີມິນ ໄດ້ສົມທົບກັບກົມສຳເນົາເອກະສານ ຫ້ອງວ່າການສູນກາງພັກ, ຫໍພິພິທະພັນປະຫວັດສາດແຫ່ງຊາດ, ຄະນະໂຄສະນາສະນາສຶກສາ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຈັດພິທີໄຂງານວາງສະແດງຫົວເລື່ອງ “90 ປີ - ຄັນທຸງມະຫາສະມັກທົ່ວປວງຊົນທັງຊາດ” ເຊິ່ງມີການເຂົ້າຮ່ວມຂອງທ່ານ ຫວໍວັນເທື໋ອງ ຫົວໜ້າໂຄສະນາສຶກສາສູນກາງພັກ, ທ່ານ ເຈິ່ນແທັງເໝິນ ປະທານສູນກາງແນວໂຮມປະເທດຊາດ ຫວຽດນາມ ພ້ອມກັບຜູ້ຕາງໜ້າບັນດາກະຊວງຂະແໜງການ ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ແລະ ນະຄອນ ຮ່າໂນ້ຍ ເຂົ້າຮ່ວມຢ່າງພ້ອມພຽງ.

     ດ້ວຍເອກະສານວັດຖຸພັນກວ່າ 250 ຢ່າງ ທີ່ນຳມາວາງສະແດງ, ງານວາງສະແດງໄດ້ແນະນຳ ໃຫ້ແກ່ມວນຊົນຮູ້ກ່ຽວກັບບົດບາດ ພາລະບົດບາດພາລະກຳປະຫວັດສາດ ກໍ່ຄືບັນດາຜົນງານໃນການເຕົ້າໂຮມເສີມຂະຫຍາຍກຳລັງແຮງ ຂອງກຸ່ມກ້ອນມາຫາສາມັກຄີທົ່ວປວງຊົນທັງຊາດ ຂອງແນວໂຮມປະເທດຊາດ ຫວຽດນາມ ປະກອບສ່ວນໂຄສະນາສຶກສາອົບຮົມ ມູນເຊື້ອສາມັກຄີແຫ່ງຊາດ ປຸກລະດົມປະຊາຊົນຮ່ວມແຮງຮ່ວມໃຈຜ່ານຜ່າຄວາມຫຍຸ້ງຍາກສິ່ງທ້າທາຍ ເພື່ອປະຕິບັດກິດຈະການປ່ຽນແປງໃໝ່ຢ່າງມີໄຊ, ນຳປະເທດ ຫວຽດນາມ ກາຍເປັນປະເທດອຸດສາຫະກຳຕາມທິດທັນສະໄໝ ໃນໄລຍະເຊື່ອມໂຍງສາກົນ ແລະ ພັດທະນາໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ