ໄຂຊຸມມື້ວັດທະນະທຳຫວຽດນາມຢູ່ສະຫະພັນລັດເຊຍ2016

ໄຂຊຸມມື້ວັດທະນະທຳຫວຽດນາມຢູ່ສະຫະພັນລັດເຊຍ2016 - ảnh 1
​ບັນ​ດາ​ນັກ​ສິ​ລະ​ປິ​ນ​ຫວຽດ​ນາມ ໄປ​ສະ​ແດງຢູ່ ສະ​ຫະ​ພັນ​ລັດ​ເຊຍ
ພາບ:vietnamnet

(vovworld)- ເຫດ​ການ​ຊຸມມື້​ວັດ​ທະ​ນະ​ທຳ​ຫວຽດ​ນາມ ຢູ່ ສະ​ຫະ​ພັນ​ລັດ​ເຊຍ ປີ 2016 ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ໃນ​ຕອນ​ຄ່ຳ​ວັນ​ທີ 6/6 ຢູ່ ໂຮງ​ລະ​ຄອນ​ນ້ອຍ​ຢູ່ ນະ​ຄອນ​ຫລວງ Moscow. ກ່າວ​ຄຳ​ເຫັນ​ນະ​ທີ່ນີ້, ທ່ານ ຫງວຽນ​ງອກ​ທ້ຽນ, ລັດ​ຖະ​ມົນ​ຕີ​ກະ​ຊວງວັດ​ທະ​ນະ​ທຳ ກິ​ລາ ແລະ ທ່ອງ​ທ່ຽວ​ຫວຽດ​ນາມ ໄດ້​ເນັ້ນ​ຫນັກ​ວ່າ:

        “ການ​ເຄື່ອນ​ໄຫວ​ຄັ້ງນີ້ ນອກ​ຈາກ​ມີ​ຄວາມ​ໝາຍ​ຊ່ວຍ​ສາ​ທາ​ລະ​ນະ​ຊົນ​ລັດ​ເຊຍ ມີ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ພື້ນ​ຖານ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ, ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີ​ສັນ​ຊາດ, ຫລາຍ​ຮູບ​ຫລາຍ​ແບບ​ຂອງ​ຫວຽດ​ນາມກວ່າ​ເທົ່າ​ນັ້ນ ຫາກ​ຍັງ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ປັບ​ປຸງ, ພັດ​ທະ​ນາ ແລະ ເປີດກວ້າງ​ການ​ພົວ​ພັນ​ຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອ, ມິດ​ຕະ​ພາບ​ທີ່​ມີ​ມາ​ແຕ່​ດົນ​ນານ​ກັບ​ປະ​ຊາ​ຊົນ ໂຊ​ຫວຽດ​ໃນ​ເມື່ອກ​ອ່ນ ແລະ ປະ​ຊາ​ຊົນ​ລັດ​ເຊຍ ປະ​ຈຸ​ບັນ. ຜ່ານ​ບັນ​ດາ​ການ​ເຄື່ອນ​ໄຫວ​ດ້ານ​ວັດ​ທະ​ນະ​ທຳ, ພວກ​ຂ້າ​ພະ​ເຈົ້າ​ຫວັງ​ວ່າ​ຈະ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ລັດ​ເຊຍ ມາ​ຢ້ຽມ​ຢາມ​ຫວຽດ​ນາມ ຫລາຍກວ່າ.”

        ຊຸມມື້​ວັດ​ທະ​ນະ​ທຳ​ຫວຽດ​ນາມ ຢູ່ ສະ​ຫະ​ພັນ​ລັດ​ເຊຍ ດຳ​ເນີນ​ແຕ່ນີ້​ຮອດ​ວັນ​ທີ 11/6 ດ້ວຍ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ​ຢູ່​ນະ​ຄອນ​ຫລວງ Moscow ແລະ Volgograd. ໃນ​ຂອບ​ເຂດ​ເຫດ​ການ​ດັ່ງ​ກ່າວ ໄດ້​ດຳ​ເນີນ​ການ​ວາງ​ສະ​ແດງ​ພາບ​ແພ​ໄຫມ​ຫວຽດ​ນາມ ຢູ່ ຫໍ​ພິ​ພິ​ຕະ​ພັນ​ຝ່າຍ​ຕາ​ເວັນ​ອອກ​ຢູ່​ສູນ​ວາງ​ສະ​ແດງ​ຜົນ​ງານ​ເສດ​ຖ​ະ​ກິດ​ແຫ່ງ​ຊາດ ຢູ່ Moscow. ງານ​ວາງ​ສະ​ແດງ​ໄດ້​ແນະ​ນຳ​ພາບ​ແພ​ໄຫມ 35 ແຜ່ນ ດ້ວຍ​ບັນ​ດາ​ຫົວ​ເລື່ອງ​ກ່ຽວ​ກັບ​ປະ​ຫວັດ​ສາດ, ຊີ​ວິດ​ປະ​ຈຳ​ວັນ, ກໍ​ຄື​ທິວ​ທັດ​ທຳ​ມະ​ຊາດ​ທ​ີ່​ສວຍ​ງາມ​ຂອງ​ຫວຽດ​ນາມ, ຜ່ານນັ້ນ ຊ່ວຍ​ໃຫ້​ສາ​ທາ​ລະ​ນະ​ຊົນ ລັດ​ເຊຍ ມີ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ບັນ​ດາ​ຄຸນ​ຄ່າ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ພື້ນ​ຖານ​ວັດ​ທະ​ນະ​ທຳ​ຫວຽດ​ນາມກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ