ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ພ້ອມກັບບັນດາຜູ້ແທນເຂົ້າຮ່ວມວັນບຸນ
ພາບ:nguoiduatin.vn
|
(vovworld)- ຕອນເຊົ້າວັນທີ 7/2, ວັນບຸນຫນັງສືພິມລະດູບານໃຫມ່ທົ່ວປະເທດປີ 2015 ຖືກໄຂຂຶ້ນ ຢູ່ ສູນງານຕະຫລາດນັດວາງສະແດງ ຫວຽດນາມ. ເຂົ້າຮ່ວມມີທ່ານ ຫງວຽນຟູຈ້ອງ, ເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ ພ້ອມກັບ ການນຳບັນດາກະຊວງ, ຂະແຫນງການຢູ່ສູນກາງ ແລະ ນະຄອນ ຮ່າໂນ້ຍ ພ້ອມດ້ວຍປະຊາຊົນເປັນຈຳນວນຫລວງຫລາຍ. ກ່າວຄຳເຫັນໄຂພິທີ, ທ່ານ ຖ້ວນຫືວ, ປະທານສະມາຄົມນັກຂ່າວ ຫວຽດນາມ- ຫົວຫນ້າຄະນະຈັດຕັ້ງວັນບຸນຫນັງສືພິມລະດູບານໃຫມ່ 2015 ຢືນຢັນວ່າ:
“ວັນບຸນຫນັງສືພິມລະດູບານໃຫມ່ແມ່ນການຍ້ອງຍໍສັນລະເສີນກຳລັງນັກຂ່າວປະຕິວັດ. ການເຄື່ອນໄຫວນີ້ຍິ່ງເພີ່ມທະວີການສະຫນິດຕິດພັນລະຫວ່າງສື່ມວນຊົນກັບມະຫາຊົນ ປະກອບສ່ວນໂຄສະນາເຜີຍແຜ່ແຜນນະໂຍບາຍແນວທາງຂອງພັກ, ກົດໝາຍຂອງລັດ ເຖິງປະຊາຊົນທຸກຊັ້ນວັນນະ.”
ຕາງຫນ້າໃຫ້ການນຳພັກ, ລັດ ມາຮ່ວມກັບຖັນແຖວນັກຂ່າວໃນທົ່ວປະເທດ, ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງ ໄດ້ພ້ອມກັບບັນດາການນຳກະຊວງ, ຂະແຫນງການສູນກາງ ຕັດແຖບຜ້າເປີດວັນບຸນຫນັງສືພິມລະດູບານໃຫມ່ ປີມະແມ 2015 ແລະ ເຂົ້າຢ້ຽມຊົມຮ້ານວາງສະແດງສິ່ງພິມລະດູບານໃຫມ່ຂອງບັນດອົງການສື່ມວນຊົນ.
ຢູ່ຮ້ານວາງສະແດງຂອງວິທະຍຸກະຈາຍສຽງຫວຽດນາມ ແມ່ນວາງສະແດງບັນດາຮູບພາບ, ພາຫະນະອຸປະກອນເຕັກນິກ, ລາຍການກະຈາຍສຽງພົ້ນເດັ່ນຈຳນວນຫນຶ່ງ ຊ່ວຍໃຫ້ຜູ້ຊົມເຂົ້າໃຈຕື່ມອີກກ່ຽວກັບວິວັດທະນາການພັດທະນາຂອງວິທະຍຸກະຈາຍສຽງຫວຽດນາມໃນຕະຫລອດ 70 ປີຜ່ານມາ.