ໄຂວາລະປະຊຸມທີ 8, ຄະນະປະຈຳສະພາແຫ່ງຊາດຊຸດທີ 13
(ພາບ: giaothongvantai)
(vovwold) - ວາລະປະຊຸມທີ 8, ຄະນະປະຈຳສະພາແຫ່ງຊາດຊຸດທີ 13 ໄດ້ໄຂຂຶ້ນໃນວັນທີ 4/5 ຢູ່ ຮ່າໂນ້ຍ. ຄາດວ່າຄະນະປະຈຳສະພາແຫ່ງຊາດຈະຮັບຮອງເອົາ 2 ມະຕິຄື: ມະຕິກ່ຽວກັບການຈັດແບ່ງງົບປະມານໃຫ້ແກ່ໂຄງການຈຸດໝາຍແຫ່ງຊາດໄລຍະ 2012-2015 ແລະ ມະຕິກ່ຽວກັບການປະຕິບັດນະໂຍບາຍ, ກົດໝາຍສຳຫຼັບຜູ້ມີຄູນງາມຄວາມດີຕໍ່ການປະຕິວັດ. ໃນວາລະປະຊຸມນີ້, ຄະນະປະຈຳສະພາແຫ່ງຊາດກໍ່ຈະໃຫ້ຄຳເຫັນກ່ຽວກັບລາຍການສ້າງກົດໝາຍ, ລັດຖະບັນຍັດຂອງສະພາແຫ່ງຊາດປີ 2013, ປັບປຸງລາຍການສ້າງກົດໝາຍ, ລັດຖະບັນຍັດປີ 2012 ແລະ ອາຍຸການສະພາແຫ່ງຊາດຊຸດທີ 13. ການກະກຽມໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດຊຸດທີ 13 ແລະ ແຜນຮ່າງສືບຕໍ່ປ່ຽນໃໝ່, ຍົກສູງຄູນນະພາບ, ປະສິດທິຜົນການເຄື່ອນໄຫວຂອງສະພາແຫ່ງຊາດກໍ່ຈະໄດ້ຮັບການປຶກສາຫາລືໃນວາລະປະຊຸມນີ້.