ໄຂສັບປະດາ“ມະຫາສາມັກຄີບັນດາເຜົ່າ-ມໍລະດົກວັດທະນະທຳຫວຽດນາມ2015"

ໄຂສັບປະດາ“ມະຫາສາມັກຄີບັນດາເຜົ່າ-ມໍລະດົກວັດທະນະທຳຫວຽດນາມ2015
(ໄຂສັບປະດາ“ມະຫາສາມັກຄີບັນດາເຜົ່າ-
ມໍລະດົກວັດທະນະທຳຫວຽດນາມ“)

(vovworld) - ຕອນ​ຄຳ່​ວັນ​ທີ 15/11, ຢູ່​ບ້ານ​ວັດທະນະທຳ - ການທ່ອງ​ທ່ຽວ​ບັນດາ​​ເຜົ່າຫວຽດນາມ, ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ສົມທົບ​ກັບ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ, ບາງ​ກະຊວງ, ຂະ​ແໜງ​ການ​ສູນ​ກາງ ​ແລະ ທ້ອງ​ຖີ່​ນຕ່າງໆ ຈັດ​ຕັ້ງ​ພິທີ​ໄຂ ສັບປະດາ“ມະຫາ​ສາມັກຄີ​ບັນດາ​ເຜົ່າ-ມໍລະດົກ​ວັດທະນະທຳຫວຽດນາມ”. ກ່າວ​ຄວາມ​ເຫັນ​ທີ່​ພິທີ​ໄຂ, ທ່ານ​ປະທານ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຫງວຽນ​ທ້ຽນ​ເຍິນ ຢືນຢັນ​ວ່າ:

        “ພວກ​ເຮົາ​ເຊື່ອ​ໝັ້ນ ​ແລະ ມີ​ຄວາມ​ຫວັງ​ຢ່າງ​ແນ່​ວ​ແນ່​ວ່າ, ປະຊາຊົນ​ໃນ​ທົ່ວ​ປະ​ເທດ, ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ ຈະ​ສືບ​ຕໍ່​ປຸກລຸກ, ​ເສີມ​ຂະຫຍາຍ​ຄວາມ​ເອກອ້າງ​ທະ​ນົງ​ໃຈຕໍ່​ປະ​ເທດ​ຊາດ, ​ເພີ່ມ​ທະວີ, ປັບປຸງ​ກຸ່ມ​ກ້ອນ​ມະຫາ​ສາມັກ​ຄີ. ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ, ຮ່ວມ​ແຮງ​ຮ່ວມ​ໃຈ, ອຸທິດ​ກຳລັງ​ແຮງ, ພູມ​ປັນຍາ, ໜູນ​ໃຊ້​ກາລະ​ໂອກາດ, ຜ່ານ​ຜ່າ​ການ​ທ້າ​ທາຍ​ເພື່ອ​ຈຸດໝາຍ “ປະຊາຊົນ​ຮັ່ງມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ, ປະຊາທິປະ​ໄຕ, ຍຸຕິ​ທຳ ​ແລະ ສີວິ​ໄລ“.

        ພາຍຫຼັງ​ພິທີ​ແມ່ນ​ລາຍການ​ສະ​ແດງ​ສິລະ​ປະ​ດ້ວຍ​ຫົວ​ຂໍ້ “ຄວາມ​ເຊື່ອ​ໝັ້ນ​ຢ່າງ​ແນ່​ວ​ແນ່“, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ສິລະ​ປິນ, ນັກສະ​ແດງ​ເກືອບ 300 ຄົນ. ສັບປະດາ “ມະຫາ​ສາມັກຄີ​ບັນດາ​ເຜົ່າ-ມໍລະດົກ​ວັດທະນະທຳຫວຽດນາມ”. ດຳ​ເນີນ​ແຕ່​ວັນ​ທີ 15-23/11 ຈຶ່ງ​ຈະ​ອັດ​ລົງ.

ຂ່າວ/ບົດ​ອື່ນ