ໄຂ“ເວທີປາໄສເສດຖະກິດຫວຽດນາມ-ໂປໂລຍ”
ເວທີປາໄສເສດຖະກິດ ຫວຽນາມ - ໂປໂລຍຢູ່ ຮ່າໂນ້ຍ ຈັດຕັ້ງວັນທີ 11/6
(ພາບ: hanoitv.vn)
(vovworld) – ເວທີປາໄສເສດຖະກິດ ຫວຽດນາມ - ໂປໂລຍ ໄດ້ໄຂຂຶ້ນຢູ່ນະຄອນ ໂຮ່ຈີມິນ ໂດຍສະຖານທູດ ໂປໂລຍ ປະຈຳ ຫວຽດນາມ ສົມທົບກັບຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ແລະ ຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ຈັດຕັ້ງ. ທີ່ເວທີປາໄສ, ການນຳນະຄອນ ໂຮ່ຈີມິນ ປາດຖະໜາວ່າ: 2 ຝ່າຍຈະເພີ່ມທະວີ, ຊຸກຍູ້ການພົວພັນເສດຖະກິດການຄ້າເປີດບັນດາຄວາມສາມາດບົ່ມຊ້ອນຮ່ວມມືໃໝ່ຢ່າງແຮງກ່ວາອີກ. ພິເສດ, ໃນບັນດາຂົງເຂດຄື: ເຕັກໂນໂລຢີ ຂໍ້ມູນຂ່າວສານ, ພະລັງງານຜະລິດຄືນໃໝ່, ອຸດສາຫະກຳສຳຮອງ, ເຕັກໂນໂລຢີຂຽວ... ການນຳນະຄອນ ໂຮ່ຈີມິນ ໃຫ້ຄຳໝັ້ນສັນຍາຈະຊ່ວຍເຫຼືອ, ສ້າງທຸກເງື່ອນໄຂອຳນວຍຄວາມສະດວກເພື່ອໃຫ້ວິສາຫະກິດ ໂປໂລຍ ອຸ່ນອ່ຽນໃຈລົງທຶນຢູ່ນະຄອນ.
ກ່າວຄວາມເຫັນທີ່ເວທີປາໄສ, ທ່ານນາງ Katarzyna Kacpercryk, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໂປໂລຍ, ຖືວ່າ:
“ໃນຊຸມປີຜ່ານມາ, ພວກຂ້າພະເຈົ້າໄດ້ປັບປຸງການພົວພັນເສດຖະກິດກັບ ຫວຽດນາມ. ວົງເງິນການຄ້າ 2 ສົ້ນລະຫວ່າງ 2 ປະເທດໄດ້ຂຶ້ນເຖິງ 1,2 ຕື້ USD. ຂ້າພະເຈົ້າຫວັງວ່າ, ການຢ້ຽມຢາມຄັ້ງນີ້ບໍ່ພຽງແຕ່ປະກອບສ່ວນເຂົ້າໃນການພັດທະນາການຮ່ວມມືລະຫວ່າງ 2 ປະເທດ ເທົ່ານັ້ນຫາກຍັງສ້າງເງື່ອນໄຂໃຫ້ບັນດານັກລົງທຶນ 2 ປະເທດສຳພັດ, ຮ່ວມມືນຳກັນ.”