ໄທປະກາດຈຸດເວລາຖອນທະຫານອອກຈາກພາກໃຕ້
ທ່ານນາຍົກລັດຖະມົນຕີ ປຣາຢຸດ ຈັນໂອຈາ
(ພາບປະກອບ)
|
(vovworld) – ວັນທີ 2/3, ຜູ້ບັນຊາການສູງສຸດຂອງກອງທັບ ໄທ, ທ່ານ ຟອງຣະພົງ ສະຫງ່າເນັດ ຖະແຫຼງວ່າ: ກອງທັບປະເທດນີ້ຈະເລີ່ມຖອນທະຫານຢູ່ພາກໃຕ້ ທີ່ຂາດສະຖຽນລະພາບໃນເດືອນ 4 ຈະມາເຖິງ. ກ່າວຄຳເຫັນພາຍຫຼັງການພົບປະກັບຜູ້ບັນຊາການຂອງ 3 ກຳລັງປະກອບອາວຸດຢູ່ພາກເໜືອ, ພາກກາງ ແລະ ພາກຕາເວັນອອກສ່ຽງເໜືອ, ນາຍພົນ ຟອງຣະພົງ ຢັ້ງຢືນວ່າ: ເລື່ອງ ຖອນທະຫານຈະໄດ້ດຳເນີນຕາມແຜນການ. ປະຈຸບັນ, ລັດຖະບານຂອງທ່ານນາຍົກລັດຖະມົນຕີ ປຣາຢຸດ ຈັນໂອຈາ ມີແຜນການເຈລະຈາກັບບັນດາກຸ່ມລຸກຮື້ຂຶ້ນທີ່ພວມເຄື່ອນໄຫວຢູ່ 3 ແຂວງພາກໃຕ້ຂອງ ໄທ. ເຂດໃຕ້ສຸດຂອງ ໄທ, ໃນນັ້ນມີບາງບ່ອນ ມີປະຊາຊົນຖືສາສະໜາ ມຸດສະລິມ ດຳລົງຊີວິດເປັນຈຳນວນຫຼວງຫຼາຍ, ໄດ້ຕົກເຂົ້າສູ່ສະພາບຂາດສະຖຽນລະພາບຍ້ອນບັນດາການໃຊ້ຄວາມຮຸນແຮງເກີດຂຶ້ນຢ່າງລຽນຕິດແຕ່ເດືອນ 1/2004. ຕາມການສະຖິຕິຂອງກອງທັບໄທ ແລ້ວ, ໃນໜຶ່ງທົດສະວັດຜ່ານມາ, ການໃຊ້ຄວາມຮຸນແຮງຢູ່ພາກໃຕ້ປະເທດນີ້ໄດ້ເຮັດໃຫ້ປະມານ 6.000 ຄົນເສຍຊີວິດ ແລະ 10.600 ຄົນຖືກຮັບບາດເຈັບ.