ໄທ:ປະທານພັກເພື່ອໄທລາອອກຈາກຕຳແໜ່ງ

ໄທ:ປະທານພັກເພື່ອໄທລາອອກຈາກຕຳແໜ່ງ - ảnh 1
ທ່ານ ຈາຣຸພົງ ເຣືອງສຸວັນ
(ພາບ: Thai PBS)

(vovworld) – ວັນ​ທີ 20/6, ທ່ານ​ຮອງ​ເລຂາທິກ​ານ​ໃຫຍ່​ຊົ່ວຄາວ​ຂອງ​ພັກ ​ເພື່ອ​ໄທ ຈາວາລິດ ວິໃຈຢ້າສຸດ​, ​ໃຫ້​ຮູ້​ວ່າ: ທ່ານ ຈາຣຸພົງ ເຣືອງສຸວັນ ​ໄດ້​ລາ​ອອກ​ຈາກ​ຕຳ​ແໜ່​ງ​ເປັນ​ປະທານ​ພັກ​ນີ້. ທ່ານ ຈາຣຸພົງ, ອະດີດ​ລັດຖະມົນຕີ​ກະຊວງ​ພາຍ​ໃນ ​ໄທ, ປະກາດ​ເລື່ອງ​ລາ​ອອກ​ຈາກ​ຕຳ​ແໜ່​ງ​ໃນ​ຈົດໝາຍ​ສະບັບ​ໜຶ່ງ, ​ໃນ​ນັ້ນ​ໄດ້​​ເວົ້າ​ວ່າ ທ່ານ​ຢາກ​ລາ​ອອກ​ຈາກ​ຕຳ​ແໜ່​ງຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 22/5, ​ເຊິ່ງ​ແມ່ນວັນ​ດຳ​ເນີນ​ການກໍ່​ກໍ່ລັດຖະປະຫານ​ຂອງ​ກອງທັບ ​ໄທ. ທ່ານ ຈາວາລິດ ​ໃຫ້​ຮູ້​ວ່າ: ​ໄດ້​ຮັບຈົດໝາຍສະບັບ​ນີ້​ໃນ​ວັນ​ທີ 16/6.

    ນັບ​ແຕ່​ພາຍຫຼັງ​ການ​ລັດຖະປະຫານ, ທ່ານ ຈາຣຸພົງ ​ໄດ້​ຫຼົບໜີ ​ແລະ ປະຕິ​ເສດ​ການສະ​ເໜີ​ຕົວ​ຕໍ່​ອຳນາດ​ການ​ປົກຄອງ​ການ​ທະຫານ​ເມື່ອຖືກ​ຮຽກຕົວ. ສານ​ທະຫານ ບັງ​ກອກ ​ໄດ້​ອອກ​ຄຳ​ສັ່ງ​ຕາມ​ລາ​ສຳລັບ​ທ່ານ ຈາຣຸພົງ ກໍ່​ຄື 6 ບຸກຄົນ​ທີ່​ບໍ່​ປະຕິບັດ​ການ​ຮຽກ​ຕົວ​ຂອງ​ອຳ​ນາດ​ການ​ປົກຄອງ​ການ​ທະຫານ ​ໄທ. ທ່ານ ຈາວາລິດ ​ໃຫ້​ຮູ້​ວ່າ: ການ​ລາ​ອອກ​ຈາກ​ຕຳ​ແໜ່​ງຂອງ​ທ່ານ ຈາຣຸພົງ ກໍ່​​ເຮັດ​ໃຫ້​ຄະນະ​ບໍລິຫານງານ​ຂອງ​ພັກ​ເພື່ອ​​ໄທ ຖືກ​ຍຸບ​ເລິກ. ພັກ​ນີ້​ກໍ່​ບໍ່​ສາມາດ​ເລືອກ​ຕັ້ງ​ຄະ​ນະ​ບໍລິຫານ​ງານ​ຊຸດ​ໃໝ່​ຍ້ອນ​ວ່າ​ອຳນາດ​ການ​ປົກຄອງ​ການ​ທະຫານ​ຫ້າມ​ບັນດາ​ພັກ​ຝ່າຍ​ເຄື່ອນ​ໄຫວ​ດ້ານ​ກາ​ນເມືອງ.


ຂ່າວ/ບົດ​ອື່ນ