ໄທ:ພະບາດສົມເດັດພະເຈົ້າມະຫາຊີວິດໃຫ້ສັດຕະຍາບັນນາຍພົນປຣາຢຸດຈັນໂອຈາເປັນນາຍົກລັດຖະມົນຕີ
ນາຍພົນ ປຣາຢຸດ ຈັນໂອຈາ
(ພາບ: Reuters)
(vovworld) – ຕອນເຊົ້າວັນທີ 25/8, ພະບາດສົບເດັດພະເຈົ້າມະຫາຊີວິດ ໄທ ໄດ້ໃຫ້ສັດຕະຍາບັນໃຫ້ຜູ້ບັນຊາການທະຫານບົກ ໄທ, ນາຍພົນ ປຣາຢຸດ ຈັນໂອຈາ ກາຍເປັນນາຍົກລັດຖະມົນຕີຊົ່ວຄາວຂອງປະເທດນີ້. ໃນແຈ້ງການປະກາດໃນແວບໄຊທາງການ, ແວບໄຊຂອງລາດຊະວົງໄທ ຊີ້ແຈ້ງວ່າ: “ພະບາດສົມເດັດພະເຈົ້າມະຫາຊີວິດ ໄທ ໄດ້ໃຫ້ສັດຕະຍາບັນໃຫ້ນາຍພົນ ປຣາຢຸດ ຈັນໂອຈາ ເປັນນາຍົກລັດຖະມົນຕີ ເພື່ອບໍລິຫານປະເທດຊາດນັບແຕ່ມື້ນີ້ເປັນຕົ້ນໄປ”.
ນາຍພົນ ປຣາຢຸດ ຈັນໂອຈາ ແມ່ນຜູ້ສະໝັກເລືອກຕັ້ງພຽງຄົນດຽວໃຫ້ຕຳແໜ່ງນາຍົກລັດຖະມົນຕີ ໄທ. ສະພານິຕິບັນຍັດແຫ່ງຊາດປະເທດນີ້ໄດ້ເລືອກຕັ້ງທ່ານເປັນນາຍົກລັດຖະມົນຕີຊົ່ວຄາວໃນວັນທີ 21/8 ຜ່ານມາ, ດ້ວຍບັດສະໜັບສະໜູນ 191/197 ບັດ.