ໄທແຕ່ງຕັ້ງຜູ້ຕາງໜ້າຄົນໃໝ່ປະຈຳອາຊຽນ
ທ່ານນາຍົກລັດຖະມົນຕີ H.E. Kay Rala Xanana Gusmao, ຜູ້ຫາກໍ່ລາອອກຈາກຕຳແໜ່ງ
(ພາບ: Reuters)
|
(vovworld) - ວັນທີ 10/2, ຜູ້ຕາງໜ້າລາຊະອານາຈັກ ໄທ ປະຈຳ ຄົນໃໝ່ ອາຊຽນ, ທ່ານເອກອັກຄະລັດຖະທູດ ຈອມປາລະ ຈະເລີນຢິງ ໄດ້ຍື່ນສານຕາຕັ້ງຕໍ່ທ່ານເລຂາທິການໃຫຍ່ ອາຊຽນ ເລເລືອງມິງ ຢູ່ນະຄອນຫຼວງ Jakarta, ປະເທດ ອິນໂດເນເຊຍ. ນະທີ່ນິ້, ທ່ານເອກອັກຄະລັດຖະທູດ ຈອມປາລະ ຈະເລີນຢິງ ຢັ້ງຢືນວ່າ: ອາຊຽນ ຍາມໃດກໍ່ສວມບົດບາດເປັນພື້ນຖານໃນນະໂຍບາຍການຕ່າງປະເທດຂອງ ໄທ, ພ້ອມທັງເນັ້ນໜັກເຖິງ: ຄວາມສຳຄັນຂອງ ອາຊຽນ ແລະ ບົດບາດຂອງຄະນະເລຂາອາຊຽນ ໃນວິວັດທະນາການສ້າງປະຊາຄົມລວມ. ຕາມທ່ານເອກອັກຄະລັດຖະທູດຄົນໃໝ່ແລ້ວ, ໄທ ຍາມໃດກໍ່ສະໜັບສະໜູນ ແລະ ເຂົ້າຮ່ວມເຂົ້າວິວັດທະນາການນີ້ຢ່າງຄົບຖ້ວນ, ພິເສດແມ່ນໃນບັນດາການເຄື່ອນໄຫວຊ່ວຍວຽກ ແລະ ສະໜອງແຫຼ່ງກຳລັງທີ່ຈຳເປັນເພື່ອຊ່ວຍເພີ່ມທະວີກຳລັງຄວາມສາມາດຂອງຄະນະເລຂາ, ອົງການໃຈກາງຂອງ ອາຊຽນ.