ໄທໄດ້ຮັບການເລືອກຕັ້ງເປັນປະທານG-77

ໄທໄດ້ຮັບການເລືອກຕັ້ງເປັນປະທານG-77 - ảnh 1
(ພາບປະກອບ)

(vovworld) – ໄທ​ ໄດ້ຮັບ​ການ​ເລືອກ​ຕັ້ງ​ເປັນ​ປະທານກຸ່ມ​ບັນດາ​ປະ​ເທດ​ພວມ​ພັດທະນາ (G-77), ​ເຊິ່ງ​ແມ່ນອົງການ​ຈັດ​ຕັ້ງ​ລະ​ຫວ່າງ​ລັດຖະບານ​ໃຫຍ່​ກວ່າ​ໝູ່ ທີ່​ເຕົ້າ​ໂຮມ​ບັນດາ​ປະ​ເທດພວມ​ພັດທະນາ ​ແມ່ນ​ສະມາຊິກ​ຂອງ​ສະຫະ​ປະຊາ​ຊາດ. ທ່ານ ອາ​ພິຈາດ ຈີນ​ວັນ​ໂນ, ຈະ​ກາຍ​ເປັນ​ເລ​ຂາ​ຜູ້ປະຈຳການ​ກະຊວງ​ການ​ຕ່າງປະ​ເທດ​ໄທ ​ໃນ​ເດືອນ​ໜ້າ, ​ໄດ້​ໃຫ້​ຮູ້​ກ່ຽວ​ກັບ​ບົດ​ບາດ​ໃໝ່​ນີ້ຂອງ​ໄທ ຈະ​ຊຸ​ກຍູ​້ການ​ປະຕິບັດ​ບັນດາ​ເປົ້າ​ໝາຍ​ພັດທະນາ​ແບ​ບຍືນ​ຍົງ​ໃໝ່ (​ເຊິ່ງຈະ​ໄດ້​ຮັບຮອງ​ເອົາ​ໃນ​ປີ 2015). ​ໄທ ຈະບໍ່​ພຽງ​ແຕ່​ຍູ້​ແຮງການ​ຮ່ວມ​ມື ​ໃຕ້ - ​ໃຕ້, ​ລະຫວ່າງ​ບັນດາ​ປະ​ເທດ​ພວມ​ພັດທະນາ​ເທົ່າ​ນັ້ນ, ຫາກ​ຍັງ​ສວ​ມ​ບົດບາດ​ເປັນ​ຂົວ​ຕໍ່​ລະຫວ່າງ​ບັນດາ​ປະ​ເທ​ດພວມ​ພັດທະນາ​ອີກ​ດ້ວຍ.

ຂ່າວ/ບົດ​ອື່ນ