ໄລຍະຫຍຸ້ງຍາກທີ່ສຸດຂອງພື້ນຖານເສດຖະກິດຫວຽດນາມອາດຈະສິ້ນສຸດແລ້ວ
ພາບປະກອບ:internet
|
(vovworld)- ນັ້ນແມ່ນຂໍ້ສັງເກດຂອງບົດລາຍງານກ່ຽວກັບສະພາບເສດຖະກິດຫວຽດນາມ“Vietnam at a galance” ໂດຍທະນາຄານ HSBC ປະກາດ. ຕາມນັ້ນແລ້ວ,ບັນດາຖານຂໍ້ມູນດ້ານເສດຖະກິດສະແດງໃຫ້ເຫັນ ບັນດາການເຄື່ອນໄຫວເສດຖະກິດກັບຄືນສູ່ຄວາມເປັນປົກກະຕິ ແລະ ພວມພັດທະນາເທື່ອລະກ້າວ. ບົດລາຍງານຂອງ HSBC ຊີ້ອອກວ່າ: ດັດຊະນີນັກຄຸ້ມຄອງຊື້ສິນຄ້າ (PMI) ຂອງຫວຽດນາມ ໃນເດືອນ 9 ໄດ້ເພີ່ມຂຶ້ຶ້ນຢູ່ໃນລະດັບ 51,5 ຄະແນນ ຍ້ອນຄວາມຕ້ອງການຊື້ສິນຄ້າຢູ່ບັນດາຕະຫລາດສົ່ງອອກສຳລັບສິນຄ້າສົ່ງອອກຂອງຫວຽດນາມເພີ່ມຂຶ້ນສູງ, ໃນຂະນະນັ້ນ ດັດຊະນີໃນເດືອນ 8 ພຽງຢູ່ໃນລະດັບ 49,4 ຄະແນນ. ສະພາບແວດລ້ອມເສດຖະກິດມະຫາພາກຂອງຫວຽດນາມ ໄດ້ມີການປັບປຸງຫລາຍຢ່າງ, ໄພເງິນເຟີ້ເພີ່ມຂຶ້ນກວ່າ 1% ໃນ 9 ເດືອນ ແລະ ຄາດຄະເນວ່າ ໃນໄລຍະຈະມາເຖິງຈະສືບຕໍ່ໄດ້ຮັບການຄວບຄຸມ. ການຂາດດຸນການຄ້າໃນເດືອນ 9 ຕົ້ນປີ 2013 ຂອງຫວຽດນາມ ຢູ່ໃນລະດັບຕຳ່ 124 ລ້ານ USD. ບົດລາຍງານກໍໃຫ້ຂໍ້ສັງເກດວ່າ: ຫວຽດນາມ ຈະບັນລຸລະດັບເກີນດຸນການຄ້າໃນປີນີ້, ຫນູນຊ່ວຍໃຫ້ແກ່ການຮັກສາອັດຕາແລກປ່ຽນເງິນດົງ/ເງິນຕາຕ່າງປະເທດໃຫ້ເປັນປົກກະຕິ.